ເມື່ອເວລາຝົນຕົກຈະເຮັດໃຫ້ຄົນເຫງົາ

ຝົນຕົກເຮັດໃຫ້ຄົນເຫງົາ? ແມ່ນແທ້ບໍ່ ຫລື ຄິດໄປເອງ

ເມື່ອເວລາຝົນຕົກຈະເຮັດໃຫ້ຄົນເຫງົາ

.

ເຄີຍສັງເກດບໍ່ວ່າເວລາທີ່ຝົນຕົກບາງເທື່ອອາລົມຂອງເຮົາຈະຫລຸດລົງ ເພາະສະພາບອາກາດທີ່ປຽກຊຸ່ມ, ບໍ່ມີແສງແດດ ເຮັດໃຫ້ສະພາບຈິດໃຈເສົ້າ ເຫງົາ ບໍ່ມີແຮງຈູງໃຈໃນການເຮັດກິດຈະວັດປະຈໍາວັນ

.

ຜົນການສຶກສາຈາກການສໍາຫລວດ ພົບວ່າຜູ້ຊາຍ 18% ແລະ ຜູ້ຍິງ 29% ມີການຕອບສະໜອງໃນດ້ານລົບຕໍ່ສະພາບອາກາດ ເຊິ່ງຈະຮູ້ສຶກອ່ອນເພຍ, ອາລົມຜັນຜວນໄດ້ເຊັ່ນ: ເມື່ອຝົນຕົກຢູ່ດີໆກໍເຫງົາ ເຊິ່ງນັ້ນບໍ່ແມ່ນການທີ່ເຮົາຄິດໄປເອງແນ່ນອນ ເພາະວ່າລະດັບສານເມໂລໂທນິນໃນຮ່າງກາຍຫລຸດລົງ ແລະ ເຮັດໃຫ້ເຮົາຊຶມເສົ້າໄດ້

.
ແບບນີ້ຄົງຕ້ອງຫາຫວານໃຈຈັກຄົນ > <

ໃຜເປັນຄືແອັດແນ່ ລອງຄອມເມັ້ນມາລົມກັນ~~

 

ຂໍ້ມູນຈາກ >> WebMD

https://wb.md/45RM29K