ຮູ້ບໍ່ວ່າ ມື້ໜຶ່ງມີຄົນລາວເຮົາໄປ ຝາກທ້ອງ ແລະ ເກີດລູກຢູ່ໂຮງໝໍ ປະເທດໃກ້ຄຽງຫຼາຍປານໃດ

ໂດຍ: ທ່ຽງທຳ
ເພື່ອນຜູ້ອ່ານທີ່ຮັກແພງ, ພວກເຮົາຮູ້ບໍ່ວ່າ ແຕ່ລະມື້ມີຄົນລາວເຮົາໄປຝາກທ້ອງ ແລະ ເກີດລູກຢູ່ໂຮງໝໍຕ່າງໆຂອງປະເທດໃກ້ຄຽງເຮົານີ້ມີໜ້ອຍຫຼາຍປານໃດ ? ແລະ ສິ່ງນີ້ດີ ຫຼື ບໍ່ດີ ? ຖ້າເວົ້າເຖິງຕົວເລກລະອຽດກໍອາດຈະບໍ່ຊັດເຈນປານໃດ ເພາະຍັງບໍ່ທັນມີໃຜ ຫຼື ພາກສ່ວນໃດໄດ້ສຳຫຼວດເຖິງຕົວເລກດັ່ງກ່າວ, ແຕ່ເມື່ອສັງເກດເບິ່ງປາກົດການຕົວຈິງແລ້ວ ອາດແມ່ນມີຫຼາຍ ແລະ ສິ່ງນີ້ກໍບໍ່ໝາຍຄວາມວ່າມັນບໍ່ດີ, ແຕ່ຈຸດເຮົາຢາກເວົ້າວ່າມັນຍ້ອນຫຍັງຈຶ່ງມີສະພາບນີ້. ຜູ້ໄດ້ໄປຝາກທ້ອງ ແລະ ເກີດລູກຢູ່ປະເທດໃກ້ຄຽງເຮົາຫຼາຍຄົນໃຫ້ທັດສະນະວ່າ: ຈຸດສຳຄັນແມ່ນມີຄວາມໄວ້ເນື້ອເຊື່ອໃຈ ແລະ ໝັ້ນໃຈຕໍ່ການບໍລິການຂອງແພດໝໍເຂົາເຈົ້າ, ສ່ວນເລື່ອງຄວາມອາດສາມາດກໍອາດຈະແມ່ນຢູ່ລະຫວ່າງໄຂ່ເປັດໄຂ່ໄກ່. ດັ່ງນັ້ນ ຖ້າການບໍລິການຂອງແພດໝໍເຮົາມີຄຸນນະພາບດີຂຶ້ນ, ໂຮງໝໍມີຄວາມສະອາດພຽງພໍ ແລະ ມີປັດໄຈດຶງດູດຕ່າງໆ ທາງເລືອກທີ່ດີສຸດກໍອາດຈະແມ່ນໂຮງໝໍຢູ່ປະເທດເຮົາ ເພາະມັນຈະແທດເໝາະກັບຄວາມອາດສາມາດໃນດ້ານລາຍຮັບ, ລາຍຈ່າຍຂອງປະຊາຊົນເຮົາຫຼາຍກວ່າ, ແຕ່ເຮັດແນວໃດ ແພດໝໍເຮົາຈຶ່ງຈະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈດັ່ງກ່າວ, ສິ່ງນີ້ເຖິງຈະໃຊ້ເວລາຍາວນານໃນການປັບປຸງປົວແປງ, ແຕ່ຂະແໜງການກ່ຽວຂ້ອງກໍຈະຕ້ອງໄດ້ຕັ້ງເປັນບັນຫາຮີບດ່ວນ ເພື່ອຈະສ້າງຕົນເອງໃຫ້ເປັນທີ່ເພິ່ງຂອງປະຊາຊົນຢ່າງແທ້ຈິງ.

