ແລ່ນ-ລານ ຄົນພິການລາວ ຄວ້າອີກ 2 ຫຼຽນທອງ ໃນອາຊຽນ ພາຣາເກມ

ທ້າວ ບຸນເພັດ ເທບທິດາ ແລະ ນາງ ມັນນີ ແກ້ວມະນີ ສອງນັກກິລາແລ່ນ-ລານຄົນພິການທີມຊາດລາວ ຄວ້າ 2 ຫຼຽນທອງ ໃຫ້ທັບນັກກິລາຄົນພິການລາວ ລວມຜົນງານໃນປັດຈຸບັນຂອງທັບນັກກິລາຄົນພິການລາວ ຍາດໄດ້ແລ້ວ 1 ຫຼຽນເງິນ ແລະ 4 ຫຼຽນທອງ ລວມ 5 ຫຼຽນ ໃນງານກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນ ພາຣາເກມ ຄັ້ງທີ 12 ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນາ 2023.
ການແຂ່ງຂັນງານກິລາອາຊຽນ ພາຣາເກມ ດຳເນີນຂຶ້ນໃນໄລຍະສອງວັນ ລະຫວ່າງວັນທີ 4-5 ມິຖຸນາ ທັບນັກກິລາຄົນພິການລາວ 7 ປະເພດ ໄດ້ລົງແຂ່ງຂັນສ້າງຜົນງານໄດ້ແລ້ວ 1 ຫຼຽນເງິນ ຈາກກິລາຍົກນໍ້າໜັກຍິງ ແລະ 4 ຫຼຽນທອງ ຈາກກິລາຍົກນໍ້າໜັກຍິງ, ບານບ້ວງລໍ້ເລື່ອນຍິງ ແລະ ແລ່ນ-ລານ. ໃນນນີ້ສະເພາະທັບນັກກິລາແລ່ນ-ລານຄົນພິການທີມຊາດລາວ ລົງແຂ່ງຂັນ 5 ລາຍການ ສາມາດຍາດໄດ້ 2 ຫຼຽນທອງ ຈາກທ້າວ ບຸນເພັດ ເທບທິດາ ຈາກລາຍການແລ່ນ 100 ແມັດ T13 ດ້ວຍການທຳເວລາໄດ້ 11,480 ວິນາທີ ແລະ ເປັນຜົນງານຄັ້ງທີ 2 ຕິດຕໍ່ກັນ ຕໍ່ຈາກຄັ້ງຜ່ານມາ ປີ 2022 ທີ່ປະເທດອິນໂດເນເຊຍ ທີ່ເຄີຍເຮັດໄດ້ ສ່ວນຫຼຽນຄຳເປັນຂອງ ຈັກກະຣິນ ນັກກິລາຈາກໄທ ດ້ວຍເວລາ 10,950 ວິນາທີ ແລະ ຫຼຽນເງິນ ເປັນຂອງ ມຸມມາ ຮາບີບີລາ ນັກກິລາ ອິນໂດເນເຊຍ ດ້ວຍເວລາ 11,230 ວິນາທີ.
ສ່ວນຫຼຽນທອງທີ 2 ໄດ້ຈາກນັກກິລານ້ອງໃໝ່ ເຈົ້າຂອງ 2 ຫຼຽນຄຳ ແລະ 1 ຫູຽນເງິນ ຈາກຊຽງຂວາງ ພາຣາເກມ ຈາກນາງ ມັນນີ ແກ້ວມະນີ ນັກກິລາລູກຫຼານຊາວເມືອງວິລະຊົນ ແຂວງຊຽງຂວາງ ປະເພດຊັດຫຼາວຍິງ F46 ທີ່ຊັດຫຼາວໄກ 17,79 ແມັດ ສ່ວນຫຼຽນຄຳ ເປັນຂອງນາງ ພັດຈະຣີ ນັກກິລາຈາກໄທ ທີ່ເຮັດໄດ້ 26,42 ແມັດ ແລະ ຫຼຽນເງິນເປັນຂອງ ນາງ ມາເຣຍ ວິລິວ ນັກກິລາອິນໂດຍເນເຊຍ.
ການແຂ່ງຂັນກິລາແລ່ນ-ລານ ງານກິລາອາຊຽນ ພາຣາເກມ ມີນັກກິລາ 11 ຊາດສະມາຊິກອາຊຽນເຂົ້າຮ່ວມ ແລະ ມີການຊີງໄຊກັນທັງໝົດ 246 ຫຼຽນຄຳ ຊຶ່ງແບ່ງອອກເປັນ 2 ປະເພດ ຄື ປະເພດແລ່ນ ແມ່ນໃຊ້ຄຳວ່າ (T) ແລະ ລານ ໃຊ້ຄຳວ່າ (F) ໃນນັ້ນ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 7 ຄົນ, ຍິງ 2 ຄົນ ຈາກທັງໝົດ 21 ລາຍການ ແຕ່ທາງເຈົ້າພາບຕັດອອກ 2 ລາຍ ກໍຍັງເຫຼືອ 19 ລາຍການ ຊຶ່ງຜົນງານຂອງທັບນັກກິລາລາວ ລົງແຂ່ງຂັນໄປແລ້ວ 5 ລາຍການ ຈາກ 100 ແມັດຊາຍ T13, 1.500 ແມັດຊາຍ T12 ແລະ ຊັດຫຼາວຍິງ F46 ທັງ 3 ລາຍການແຂ່ງຂັນໃນວັນທີ 4 ມິຖຸນາ 2023 ແລະ ອີກ 2 ລາຍການແຂ່ງຂັນໃນມື້ເຊົ້າວັນທີ 5 ມິຖຸນາ 2023 ປະເພດຊັດຫຼາວຊາຍ F46 (ພິການແຂນ) ແລະ ລາຍການ 100 ແມັດຊາຍ T46 ຜົນງານ ສາມາດຍາດໄດ້ 2 ຫຼຽນທອງ ຈາກທ້າວ ບຸນເພັດ ເທບທິດາ ແລະ ນາງ ມັນນີ ແກ້ວມະນີ. ປັດຈຸບັນທັບນັກກິລາແລ່ນ-ລານຄົນພິການທີມຊາດລາວ ຍັງມີລຸ້ນອີກ 14 ລາຍການ ສ່ວນຜົນງານຈະເປັນແນວໃດນັ້ນ ຈະຂໍລາຍງານໃຫ້ຊາບຕື່ມອິກ.