ລາວ-ຫວຽດນາມ ແລກປ່ຽນບົດຮຽນດ້ານການພັດທະນາ ສ້າງແຫລ່ງທ່ອງທ່ຽວ ແລະ ສ້າງລະບົບເຄືອຂ່າຍການບໍລິການຂົນສົ່ງ

ຄະນະຜູ້ແທນ ນະຄອນຫລວງວຽງຈັນນໍາໂດຍ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມງານບຸນທະເລຢາຈ່າງ ແຂວງແຄ່ງຮວາ ປະຈໍາປີ 2023 ຢູ່ ສສ ຫວຽດນາມ ວັນທີ 2-6 ມິຖຸນາ 2023 ໂດຍມີຈຸດປະສົງເພື່ອຮັດແໜ້ນຄວາມສາມັກຄີ ພ້ອມທັງແລກປ່ຽນບົດຮຽນດ້ານການພັດທະນາ ຫຼື ການສ້າງແຫຼ່ງທ່ອງທ່ຽວ ການສ້າງລະບົບເຄືອຂ່າຍການບໍລິການຂົນສົ່ງເຊັ່ນ: ລົດຂົນສົ່ງ, ໂຮງແຮມ, ຮ້ານອາຫານ, ປະກັນໄພ ແລະ ການໂຄສະນາ.

ນອກນີ້ການເຄື່ອນໄຫວຂອງຄະນະຜູ້ແທນດັ່ງກ່າວ ຈະໄດ້ທ່ຽວຊົມສະຖານທີ່ທ່ອງທ່ຽວພາຍໃນນະ ຄອນປາຈ່າງ ເຊັ່ນ : ທາບປ່າ ຮ໋ອນຈ໋ອງ ວັດລອງເຊິນ ອາບນໍ້າທະເລ ເຂົ້າຮ່ວມງານລ້ຽງເປັນກຽດຈັດໂດຍຄະນະກຳມະການປະຊາຊົນແຂວງແຄ່ງຮວາ ແລະ ຈະໄດ້ເຂົ້າຮ່ວມກອງປະຊຸມພາຍໃຕ້ຫົວຂໍ້ “ເຊື່ອມຕໍ່ແຂວງແຄ່ງຮວາ ແລະ ບັນດາຄູ່ຮ່ວມງານສາກົນດ້ວຍຄວາມຫວັງການພັດທະນາ ນອກນັ້ນຈະໄດ້ທ່ຽວຊົມສໍາຫຼວດສະຖານທີ່ເຂດເສດຖະກິດການຜພລິດລັດວິສາຫະກິດພາຍໃນແຂວງແຄ່ງຮວາຕື່ມອີກ.