ຕາມຮອຍ ເມສຊີ່! ຣາມອສ ປະກາດ ອຳລາເປແອສເຊຫລັງຈົບລະດູການນີ້

ເຊີຈີໂອ ຣາມອສ ກອງຫລັງຂອງ ປາຣີສ ແຊງແຊກແມ໊ງ ຢືນຢັນອຳລາສະໂມສອນຍັກໃຫຍ່ຂອງຝຣັ່ງຫລັງຈາກການແຂ່ງຂັນນັດສຸດທ້າຍຂອງ ລີກ 1 ຝຣັ່ງ ໃນວັນເສົາກັບ ເກລມັອງຟຸດ.
ທີມ ເປແອສເຊ ກໍາລັງຢູ່ໃນຂະບວນການປ່ຽນເລືອດໃຫມ່. ໂດຍຈະປ່ອຍຕົວນັກເຕະຊຸບເປີສະຕາທີ່ອາຍຸຫລາຍອອກຈາກທີມ. ແລະ ຊອກຫາຄວາມຂຸມກຳລັງໃໝ່ທີ່ສົດໃສກ່ອນເກົ່າ ເພື່ອເອົາໄວ້ແຂ່ງຂັນໃນບານເຕະເອີຣົບໃນລະດູການຕໍ່ໄປ.
ກ່ອນໜ້ານີ້, ພວກເຂົາໄດ້ຢືນຢັນວ່າຈະແຍກທາງກັບ ລີໂອເນລ ເມສຊີ່ ດາວຍິງຊາວອາເຈນຕິນາ. ແລະ ກອງຫລັງລະດັບໂລກທີມຊາດສະເປນອີກຄົນຫນຶ່ງທີ່ຈະຕາມ ເມສຊີ່ ອອກຈາກຖິ່ນ Parc de Princes.

