ເພີ່ມທະວີການຄ້າ-ການລົງທຶນບັນດາປະເທດສະມາຊິກອາຊຽນ ເພື່ອຊຸກຍູ້ການຟຶ້ນຟູເສດຖະກິດອາຊຽນ ຫລັງການແພ່ລະບາດພະຍາດໂຄວິດ-19

ວັນທີ 31 ພຶດສະພາ 2023 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເບີນາດີໂນ ເວກກາ ຮອງປະທານສະພາທີ່ປຶກສາທຸລະກິດອາຊຽນ ທັງເປັນຜູ້ຕາງໜ້າໃນນາມສະພາການຄ້າ ແລະ ອຸດສາຫະ ກຳແຫ່ງຊາດ ອິນໂດເນເຊຍ ພ້ອມຄະນະ ໃນໂອກາດມາຢ້ຽມຢາມເຮັດວຽກຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະດັ່ງກ່າວ ໂດຍໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນ ຂອງສະພາທຸລະກິດອາຊຽນ ໃນໄລຍະຜ່ານມາ ໂດຍສະເພາະ ຕໍ່ຜົນຂອງກອງປະຊຸມພົບປະລະຫວ່າງ ສະພາທຸລະກິດອາຊຽນກັບບັນດາຜູ້ນໍາອາຊຽນ ໃນວັນທີ 10 ພຶດສະພາ 2023 ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ ລາບວນ ບາໂຈ, ອິນໂດເນເຊຍ ກໍຄື ການຈັດຕັ້ງຜັນຂະຫຍາຍແຜນວຽກບູລິມະສິດ ທີ່ອິນໂດເນເຊຍເປັນປະທານ ໃນປີ 2023 ພາຍໃຕ້ຄໍາຂັວນ “ຄວາມເປັນແກນກາງຂອງອາຊຽນ: ການຫັນເປັນນະວັດຕະກໍາ ເພື່ອກ້າວໄປສູ່ຄວາມເຂັ້ມແຂງຮອບດ້ານ” ພ້ອມນີ້, ທ່ານ ສະເຫລີມໄຊ ກົມມະສິດ ບໍ່ພຽງແຕ່ຊຸກຍູ້ໃຫ້ໃຫ້ຄະນະສະພາທຸລະກິດອາຊຽນ ສືບຕໍ່ຈັດຕັ້ັ້ງປະຕິບັດບັນດາແຜນວຽກບູລິມະສິດຕ່າງໆໃຫ້ສາມາດສໍາເລັດຕາມເປົ້າໝາຍທີ່ວາງໄວ້ເທົ່ານັ້ນ ແຕ່ຍັງໄດ້ໃຫ້ຂໍ້ສະເໜີແນະທີ່ຕິດພັນກັບວຽກງານເສດຖະກິດ ພາຍໃນອາ ຊຽນ ເຊັ່ນ: ການຍົກລະດັບການສ້າງຂີດຄວາມສາມາດ ຂອງຂະແໜງການທາງດ້ານການເຊື່ອມໂຍງ, ເຊື່ອມຈອດ, ການອຳນວຍຄວາມສະດວກທາງການຄ້າ, ການສົ່ງເສີມຂົງເຂດຈຸນລະວິສາຫະກິດ, ວິສາ ຫະກິດຂະໜາດນ້ອຍ ແລະ ກາງ, ການຫັນເປັນດີຈິຕອນ, ການສ້າງຄວາມເຂັ້ມແຂງດ້ານການຄໍ້າປະ ກັນສະບຽງອາຫານ, ສາທາລະນະສຸກ ແລະ ການພັດທະນາແບບຍືນຍົງ. ອັນສໍາຄັນ ແມ່ນການເພີ່ມທະວີການຄ້າ-ການລົງທຶນພາຍໃນບັນດາປະເທດສະມາຊິກອາຊຽນ ກໍຄື ການຮ່ວມມືກັບປະເທດຄູ່ເຈລະຈາອາຊຽນລະຫວ່າງພາກລັດ ແລະ ພາກທຸລະກິດໃນພາກພຶ້ນ ເພື່ອຊ່ວຍຊຸກຍູ້ການຟຶ້ນຟູເສດ ຖະກິດອາຊຽນ ພາຍຫລັງການແພ່ລະບາດພະຍາດໂຄວິດ-19.
ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມຂອບໃຈຕໍ່ຄະນະສະພາທີ່ປຶກສາທຸລະກິດອາຊຽນ ທີ່ຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ໃນໂອກາດທີ່ ສປປ ລາວ ຈະຮັບກຽດເປັນປະທານອາຊຽນ ປີ 2024 ແລະ ເຊື່ອໝັ້ນວ່າ ສະພາທຸລະກິດອາຊຽນ ຈະສືບຕໍ່ເຮັດວຽກຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ສປປ ລາວ ຢ່າງໃກ້ຊິດ.
ໃນໂອກາດ ທີ່ສະພາທີ່ປຶກສາທຸລະກິດອາຊຽນ ໃນນາມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ອິນໂດເນເຊຍ ພ້ອມຄະນະ ເດີນທາງມາຢ້ຽມຢາມເຮັດວຽກຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໃນວັນທີ 31 ພຶດສະພາ-01 ມິຖຸນາ 2023 ນີ້, ຈະໄດ້ເຄື່ອນໄຫວເຮັດວຽກຮ່ວມກັບພາກລັດ ແລະ ພາກທຸລະກິດຂອງ ສປປ ລາວ ແນໃສ່ເພື່ອເພິ່ມທະວີ ແລະ ເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນໃຫ້ສູງຂຶ້ນ.

