ຍັງພົບປ້າຍທີ່ລະເມີດລະບຽບການ 10 ປ້າຍ ເຮັດບົດກ່າວເຕືອນແລ້ວແຕ່ຍັງບໍ່ແກ້ໄຂ ພ້ອມຈະຮື້ຮ້ານເກມທຸກປະເພດ ຕາມເສັ້ນທາງອາຊຽນ
ວັນທີ 31 ພຶດສະພາ 2023 ຜ່ານມາ, ກອງປະຊຸມໝູນວຽນພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໂດຍການຮ່ວມເປັນປະທານຂອງ ທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນວ ແລະ ທ່ານ ທົງ ຫົດທິລາດ ຮອງ ເຈົ້າເມືອງສີໂຄດຕະບອງ.
ທ່ານ ວິໄຊ ໄຊທານີ ຫົວໜ້າຫ້ອງການ ຖວທ ເມືອງສີໂຄດຕະບອງ ກ່າວວ່າ: ແຜນການປະຈຳເດືອນມິຖຸນາ 2023 ຫ້ອງການ ຖວທ ເມືອງສີໂຄດຕະບອງ ຈະສືບຕໍ່ສົມທົບນຳພາກສ່ວນທີ່ກ່ຽວຂ້ອງລົງກວດກາ ແກ້ໄຂປ້າຍທີບໍ່ຖືກຕ້ອງລະບຽບກົດໝາຍຕາມເສັ້ນທາງອາຊຽນ ເລີ່ມແຕ່ບ້ານອຸບມຸງ ຫາ ບ້ານນາຄຳ ໃຫ້ສຳເລັດ ສົມທົບນຳພະແນກ ຖວທ ນວ ລົງຊຸກຍູ້ຄອບຄົວວັດທະນະທຳຄືນໃໝ່ ຢູ່ບ້ານອາກາດສືບຕໍ່ລົງ ກວດກາແກ້ໄຂປາກົດການຫຍໍ້ທໍ້ດ້ານວັດທະນະທຳ ເລີກຮື້ຮ້ານເກມທຸກປະເພດ ເພີ່ມທະວີວຽກງານກວດກາຄຸ້ມຂອງປ້າຍໂຄສະນາຮ້ານເສີມຄວາມງາມ, ຮ້ານຕັດຜົມຕ່າງປະເທດ ໃຫ້ເຂົ້າສູ່ລະບຽບໂດຍສະເພາະປ້າຍທີ່ໄດ້ເຮັດບົດກ່າວເຕືອນແລ້ວ ແຕ່ຍັງບໍ່ແກ້ໄຂຈຳນວນ 10 ປ້າຍ ທີ່ຕ້ອງສືບຕໍ່ ລົງກວດກາ-ຊຸກຍູ້ຫົວໜ່ວຍທຸລະກິດທ່ອງທ່ຽວທີ່ບໍ່ມີອະນຸຍາດ ໃຫ້ມາຂໍອະນຸຍາດຖືກຕ້ອງຕາມລະບຽບກົດໝາຍ ໃຫ້ໄດ້ຢ່າງໜ້ອຍ 20 ຫົວໜ່ວຍ ສືບຕໍ່ອອກອະນຸຍາດຫົວໜ່ວຍທຸລະກິດຮ້ານອາຫານ-ຮ້ານກິນດື່ມ ປະຈຳປີ 2023 ສືບຕໍ່ສົມທົບການຈັດຕັ້ງພາກສ່ວນທີ່ກ່ຽວຂ້ອງລົງກວດກາ ແກ້ໄຂ ບັນຫາຮ້ານອາຫານ ຮ້ານກິນດື່ມຂອງຄົນລາວ ຄົນຕ່າງປະເທດ ທີ່ມີການເຄື່ອນໄຫວມົ້ວສຸມ, ເນືອງນັນ ກະທົບຕໍ່ສັງຄົມ ແລະ ອື່ນໆ.

