ສະພາແຫ່ງຊາດ ເປີດໂອກາດໃຫ້ຄະນັກນ້ອງນັກຮຽນເຂົ້າຊົມ ແລະ ສຳພັດຫ້ອງປະຊຸມສະມາຊິກສະພາ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ສະພາແຫ່ງຊາດໄດ້ເປີດໂອກາດໃຫ້ນ້ອງນັກຮຽນເຂົ້າສຳພັດຫ້ອງປະຊຸມຂອງສະມາຊິກສະພາແຫ່ງຊາດ ເພື່ອເປັນການປູກຈິດສຳນຶກໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ແລະ ອານຸຊົນ, ພໍ່ແມ່ຜູ້ປົກຄອງ ກໍຄືອຳນາດການປົກຄອງ, ການຈັດຕັ້ງທຸກຂັ້ນ ເຫັນໄດ້ຄວາມສຳຄັນຂອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ  ແລະ ອານາຄົດເດັກນັກຮຽນໃນວັນນີ້ອາດເປັນ ສສ ຊ ໃນວັນໜ້າທີ່ຈະໄດ້ເຂົ້າມາເຮັດວຽກເພື່ອປະເທດຊາດໃນອານາຄົດ.

ວັນທີ 1 ມິຖຸນາ 2023 ຜ່ານມາ, ທີ່ສະພາແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໂດຍມີການນໍາຂອງສະພາແຫ່ງຊາດ, ກອງທຶນຊ່ວຍເຫຼືອສັງຄົມສະພາແຫ່ງຊາດ, ຕາງໜ້າສູນກາງສະຫະພັນກໍາມະບານລາວ, ຕາງໜ້າສູນກາງສະຫະພັນແມ່ຍິງລາວ, ຕາງໜ້າສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍລູກຫຼານຂອງພະນັກງານພາຍໃນສະພາແຫ່ງຊາດເຂົ້າຮ່ວມເປັນຈໍານວນຫຼາຍ.

ໃນພິທີດັ່ງກ່າວ ມີຫຼາກຫຼາຍກິດຈະກໍາຄື: ຢ້ຽມຊົມຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ແລະ ຫໍມູນເຊື້ອ; ກວດສຸຂະພາບໃຫ້ເດັກນ້ອຍ; ຫຼີ້ນເກມ, ຖາມ-ຕອບ ຫຼື ແຕ້ມຮູບ ແລະ ການສະແດງສິລະປະຂອງຫຼານນ້ອຍ; ບັນດາທ່ານການນຳ, ພັນລະຍາການນຳ ແລະ ອົງການຈັດຕັ້ງມະຫາຊົນ ມອບຂອງຂວັນ, ເຂົ້າໜົມໃຫ້ຫຼານນ້ອຍ; ຄອບຄົວການນໍາຂອງສະພາແຫ່ງຊາດ ຈັດບູດອາຫານ ເພື່ອລ້ຽງເດັກນ້ອຍ ແລະ ຜູ້ເຂົ້າຮ່ວມງານ (ກຳມາທິການຂອງສະພາແຫ່ງຊາດ ແລະ ຄະນະເລຂາທິການສະພາແຫ່ງຊາດ).