ກຽມຈະຕິດຕັ້ງສະຖານີສາກລົດໄຟຟ້າ ຈຳນວນ 54 ຈຸດ ພາຍໃນນະຄອນຫລວງວຽງຈັນ

ທ່ານ ປອ ເສີມຄໍາ ທຸມມະວົງສາ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ, ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານວຽກງານພະລັງງານ ແລະ ບໍ່ແຮ່ ທົ່ວນະຄອນຫຼວງວຽງຈັນ ໄລຍະ 1 ປີຜ່ານມາ ຕໍ່ກອງປະຊຸມສະຫລຸບ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ເຊິ່ງຈັດຂຶ້ນໃນວັນທີ 26 ພຶດສະພາ 2023 ຜ່ານມາ, ໂດຍການເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ .

ເຊິ່ງທ່ານ ປອ ເສີມຄໍາ ທຸມມະວົງສາ ໄດ້ສະເໜີທິດທາງແຜນການ ແລະ ວຽກຈຸດສຸມໃນຕໍ່ໜ້າບາງຕອນ ໄດ້ກ່າວວ່າ: ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະປະຈໍາພັກ ແລະ ອົງການປົກຄອງນະຄອນຫຼວງ, ຄະນະປະຈໍາພັກ ແລະ ອົງການປົກຄອງແຕ່ລະເມືອງ ບວກກັບຄວາມຕັດສິນໃຈ, ຄວາມເປັນເຈົ້າການ, ບຸກບືນສູ້ຊົນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຂອງຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ກໍາມະກອນຂອງຂະແໜງພະລັງງານ ແລະ ບໍ່ແຮ່ ທົ່ວນະຄອນຫຼວງ ເຊິ່ງເຮັດໃຫ້ພວກເຮົາສາມາດກ້າວຜ່ານຄວາມຫຍຸ້ງຍາກແຕ່ລະດ້ານດ້ວຍຄວາມຝືດເຄືອງ ແລະ ມີຫຼາຍດ້ານກໍສາມາດຍາດໄດ້ຜົນສໍາເລັດທີ່ມີລັກສະນະຕໍ່ເນື່ອງ ແລະ ໜັກແໜ້ນ ເຊິ່ງມີດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນ ວຽກງານການເມືອງ-ແນວຄິດ, ວຽກງານການປັບປຸງກົງຈັກການຈັດຕັ້ງ, ວຽກງານການຕໍຄຸ້ມຄອງ, ຕິດຕາມ, ກວດກາ ບັນດາຫົວໜ່ວຍທຸລະກິດ ທີ່ເຄື່ອນໄຫວກິດຈະການດ້ານໄຟຟ້າ ແລະ ວຽກງານທໍລະນີສາດ, ແຮ່ທາດ ແລະ ບໍ່ແຮ່.

ຕະຫຼອດໄລຍະ 1 ປີ ຜ່ານມາ ສາມາດຄົ້ນຄວ້າອອກໃບອະນຸຍາດ ໄດ້ທັງໝົດ 40 ຫົວໜ່ວຍ, ໃນນີ້ເປັນການສ້າງຕັ້ງດຳເນີນກິດຈະການໃໝ່ 7 ຫົວໜ່ວຍ ແລະ ຂໍຕໍ່ອະນຸຍາດດໍາເນີນກິດຈະການ 28 ຫົວໜ່ວຍ; ຂະຫຍາຍ 3 ຫົວໜ່ວຍ, ຂໍຢຸດເຊົາຖາວອນ 1 ຫົວໜ່ວຍ ແລະ ຢຸດເຊົາຊົ່ວຄາວ 1 ຫົວໜ່ວຍ;ວຽກງານໂຄງການຮ່ວມມື ສຶກສາຄວາມເປັນໄປໄດ້ (MOC) ໃນການຕິດຕັ້ງສະຖານີສາກພາຫະນະທີ່ຂັບເຄື່ອນດ້ວຍໄຟຟ້າ ເພື່ອເຊື່ອມຕໍ່ເຂົ້າລະບົບຕາຂ່າຍໄຟຟ້າ ຈຳນວນ 54 ຈຸດ ໃນນະຄອນຫຼວງວຽງຈັນ; ມາຮອດປັດຈຸບັນ ແມ່ນສຳເລັດບົດສຶກສາຄວາມເປັນໄປໄດ້ ສະບັບສົມບູນແລ້ວ