ເທນຮາກ ເຜີຍວ່າ ເມສັນ ກຣີນວູດ ອາດຈະໄດ້ກັບມາຢູ່ກັບທີມໃນລະດູການໜ້າ

ວັນອັງຄານທີ 30 ພຶດສະພາ 2023, Sun Sport ສື່ຊື່ດັງຂອງອັງກິດ ລາຍງານຂ່າວວ່າ ເອຣິກ ເທນຮາກ ຄູຝຶກຂອງ ແມນເຊັສເຕີ ຢູໄນເຕັດ ມີຄວາມຕ້ອງການເອີ້ນ ເມສັນ ກຣີນວູດ ກັບມາສູ່ທີມຊຸດໃຫຍ່ອີກຄັ້ງໃນລະດູການໜ້າ.

ໂດຍມີລາຍງານເປີດເຜີຍວ່າ ເທນຮາກ ມັກໃນຄວາມສາມາດສະເພາະໂຕຂອງນັກເຕະ ແລະ ຕ້ອງການກອງໜ້າໂຕເປົ້າ ເພື່ອເປັນກຳລັງເສີມໃຫ້ກັບ ມາຄັສ ແຣສຟອດ ໃນລະດູການຕໍ່ໄປອີກດ້ວຍ ເຊິ່ງໂຕນັກເຕະບໍ່ໄດ້ລົງຫລິ້ນເລີຍໃນລະດູການນີ້ ເນື່ອງມາຈາກມີຄະດີການລົງໂທດທາງອາຍາ ແຕ່ສານກິລາໄດ້ຍົກຟ້ອງຄະດີດັ່ງກ່າວແລ້ວ. ແຕ່ສະໂມສອນໄດ້ປະຕິເສດທີ່ຈະເອີ້ນກັບຄືນໄປຮ່ວມທີມໃນຊ່ວງລະຫວ່າງລະດູການ.

ເຊິ່ງ ເທນຮາກ ກ່າວວ່າ: “ລາວ (ກຣີນວູດ) ໄດ້ສະແດງໃຫ້ເຫັນໃນອະດີດວ່າລາວສາມາດເຮັດໄດ້ໃນສິ່ງທີ່ພວກເຮົາຕ້ອງການນອກຈາກ ມາຄັສ ແຣສຟອດ ແມ່ນຜູ້ຫລິ້ນພິເສດທີ່ມີຄວາມສາມາດໃນການຍິງປະຕູ. ບໍ່ວ່າຈະເປັນຈາກທີມຂອງພວກເຮົາ ຫລື ພວກເຮົາຕ້ອງໄດ້ເຊັນເພີ່ມເຕີມ.”