ຣັດເຊຍເປີດສາກຊ້ອມຮົບ “ຊາປັດ 2017”

ກອງທັບຣັດເຊຍຈັດການຊ້ອມຮົບ “ຊາປັດ 2017” ຮ່ວມກັບກອງທັບເບລາຣຸດ ທ່າມກາງການເຝົ້າເບິ່ງ “ຄວາມກັງວົນຢ່າງໜັກ” ຂອງນາໂຕ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມິນ ປະເທດເບລາຣຸດ ໃນວັນທີ 15 ກັນຍາວ່າ: ການຊ້ອມຮົບຄັ້ງຍິ່ງໃຫຍ່ຂອງກອງທັບຣັດເຊຍພາຍໃຕ້ລະຫັດປະຕິບັດການ “ຊາປັດ 2017” ເຊິ່ງເປັນພາສາຣັດເຊຍໝາຍເຖິງ “ຕາເວັນຕົກ 2017” ເລີ່ມຂຶ້ນແລ້ວ ໃນວັນທີ 14 ກັນຍານີ້ ໂດຍຂໍ້ມູນຈາກກະຊວງປ້ອງກັນປະເທດຣັດເຊຍລະບຸວ່າ: ການຊ້ອມຮົບໃນຄັ້ງນີ້ເປັນການຮ່ວມມືກັບເບລາຣຸດ ໂດຍນອກຈາກທະຫານເບລາຣຸດ 7.200 ຄົນແລ້ວ, ຣັດເຊຍສົ່ງທະຫານເຂົ້າຮ່ວມ 5.500 ຄົນ, ອາກາດສະຍານ 70 ລຳ, ຍານຍົນຫຸ້ມເກາະ 250 ຄັນ ແລະ ເຮືອພິຂາດອີກ 10 ລຳ ເພື່ອພັດທະນາປະສິດທິພາບຂອງທະຫານ ແລະ ທົດສອບປະສິດທິພາບຂອງອາວຸດຍຸດໂທປະກອນ ໃນການປົກປ້ອງອະທິປະໄຕຂອງປະເທດຈາກສັດຕູ ທີ່ຢູ່ຕາມຊາຍແດນຕິດກັບໂປໂລຍ ແລະ ກຸ່ມປະເທດເຂດບອລຕິກ.
ທັງນີ້ ການຊ້ອມຮົບຈະດຳເນີນໄປຢ່າງຕໍ່ເນື່ອງຈົນເຖິງວັນທີ 20 ກັນຍານີ້, ຂະນະທີ່ ພົນເອກ ວາເລຣີ ເກຣາຊິມອຟ ປະທານຄະນະເສນາທິການທະຫານຮ່ວມຂອງຣັດເຊຍ ກ່າວວ່າ: ໄດ້ແຈ້ງກຳນົດການຊ້ອມຮົບຊາປັດ 2017 ໃຫ້ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ຮັບຮູ້ແລ້ວ, ສ່ວນທ່ານ ເຢນ ສໂຕລເທນເບິກ ເລຂາທິການນາໂຕ ກ່າວກ່ອນໜ້ານີ້ວ່າ: ນາໂຕຈະເຝົ້າເບິ່ງການຊ້ອມຮົບຄັ້ງນີ້ “ຢ່າງໃກ້ຊິດ”, ພາຍຫລັງລັດຖະບານມົດສະກູບໍ່ອະນຸຍາດໃຫ້ນາໂຕສົ່ງເຈົ້າໜ້າທີ່ເຂົ້າຮ່ວມສັງເກດການ ເຊິ່ງນາໂຕເຊື່ອວ່າໃນຄວາມເປັນຈິງອາດມີທະຫານຣັດເຊຍເຂົ້າຮ່ວມການຊ້ອມຮົບຄັ້ງນີ້ເຖິງ 100.000 ຄົນ ແລະ ອາດມີການຊ້ອມໃຊ້ລະບົບປ້ອງກັນລູກສອນໄຟ ລວມທັງການເຝິກແອບດ້ວຍລູກປືນແທ້.
ໃນເວລາດຽວກັນ, ທ່ານ ດາມິທຣີ ເປສຄອຟ ໂຄສົກທຳນຽບເກຣມລິນ ກ່າວຢູ່ນະຄອນຫຼວງມົດສະກູວ່າ: ການຊ້ອມຮົບຊາປັດ 2017 ເປັນໄປດ້ວຍຄວາມໂປ່ງໃສ ແລະ ຕຳໜິການສະແດງທ່າທີ “ຫວາດຜະຫວາ” ຂອງນາໂຕວ່າເປັນເຈດຕະນາ “ຂົ່ມຂູ່ຄຸກຄາມ” ພ້ອມທັງກ່າວອີກວ່າ: ປະທານາທິບໍດີ ວະລາດິເມຍ ປູຕິນ ອາດເດີນທາງໄປເຂົ້າຮ່ວມສັງເກດການການຊ້ອມຮົບນຳອີກ.

