ສະຫລຸບທີມຕົກຊັ້ນ ພຣີເມຍລີກ 2022/23 “ເລັສເຕີ, ລີດສ, ເຊົາແຮມຕັນ” ກອດຄໍກັນຕົກຊັ້ນໄປຫລິ້ນ ແຊມປຽນຊິບ

ການແຂ່ງຂັນພຣີເມຍລີກອັງກິດ ລະດູການ 2022/23 ໄດ້ສິ້ນສຸດລົງເປັນທີ່ຮຽບຮ້ອຍ ກັບຈຸດເດັ່ນທີ່ສຳຄັນຂອງເກມນັດຈົບລະດູການ ຄົງຈະຫລີກພົ້ນການແຂ່ງຂັນຂອງທີມທີ່ໜີຕົກຊັ້ນຄື ເອຟເວີຕັນ, ເລັສເຕີ ຊິຕີ້ ແລະ ລີດສ ຢູໄນເຕັດ ເຊິ່ງພວກເຂົາຕ້ອງມາລຸ້ນຈົນຮອດເກມສຸດທ້າຍ ວ່າໃຜຈະເປັນໜຶ່ງດຽວທີ່ຈະຢູ່ລອດໃນລີກສູງສຸດຂອງອັງກິດ.

ເຊິ່ງຈາກຜົນການແຂ່ງຂັນຂອງເກມລີກນັດຫລ້າສຸດປະກົດວ່າ ລີດສ ຢູໄນເຕັດ ເສຍໃຫ້ ທັອດແນມ ຮອດສະເປີ 1-4, ເລັສເຕີ ຊິຕີ້ ຊະນະ ເວສແຮມ 2-1 ແລະ ເອັຟເວີຕັນ ເປີດບ້ານເອົາຊະນະ ບອນມັດ 1-0.

ເຮັດໃຫ້ 3 ທີມຕົກຊັ້ນໄປຫລິ້ນແຊມປຽນຊິບໃນລະດູການໜ້າ ສະຫລຸບແລ້ວປະກອບມີ ເຊົາແຮມຕັນ ອັນດັບ 20 ມີ 25 ຄະແນນ, ລີດສ ຢູໄນເຕັດ ອັນດັບ 19 ມີ 31 ຄະແນນ ລູກໄດ້ເສຍ -30 ຄະແນນ ແລະ ເລັສເຕີ ຊິຕີ້ ອັນດັບ 18 ມີ 34 ຄະແນນ ລູກໄດ້ເສຍ -17 ຄະແນນ, ສ່ວນ ເອຟເວີຕັນ ຈົບລະດູການ ຢູ່ອັນດັບ 17 ມີ 36 ຄະແນນ ລູກໄດ້ເສຍ -23 ຄົນ ລອດພົ້ນຈາກການຕົກຊັ້ນ.

ທາງດ້ານທີມຈາກແຊມປ້ຽນລີກລະດູການນີ້ ເບີນລີ ແລະ ເຊຟຟິວ ຢູໄນເຕັດ ໄດ້ເລື່ອນຊັ້ນຂຶ້ນສູ່ ພຣີເມຍລີກ ລະດູການໜ້າໂດຍອັດຕະໂນມັດ ແລະ ລູຕັນ ທາວ ໄດ້ເລື່ອນຊັ້ນເປັນທີມສຸດທ້າຍ ຫລັງຈາກທີ່ເອົາຊະນະ ໂຄເວີນຕີ້ ຊິຕີ້ ໃນເກມນັດສຸດທ້າຍຂອງການແຂ່ງຂັນຮອບຊິງຊະນະເລີດ ຄວ້າປີ້ໄປຂຶ້ນມາຫລິ້ນພຣີເມຍລີກ 2023/24.