ຍີ່ປຸ່ນ ຍອມຖອຍ! ເປີດຄ່າຈ້າງທີມຊາດ ອາເຈນຕິນາ ມາແຂ່ງຂັນນັດມິດຕະພາບ

Zakzak ສື່​ຂອງ​ຍີ່ປຸ່ນ​ລາຍ​ງານ​ວ່າ: ສະຫະພັນ​ບານ​ເຕະ​ຍີ່ປຸ່ນ (JFA) ​ໄດ້ເດີນໜ້າ​ເຈລະຈາ​ກັບ​ແຊ້ມບານ​ໂລກ ອາ​ເຈນ​ຕິ​ນາ ​ເພື່ອມາ​ລົງ​ແຂ່ງຂັນ​ຕາມ​ປະຕິທິນ FIFA day ປະຈຳ​ເດືອນ​ມິຖຸນາ 2023 ​ໂດຍ​ການກຽມ​ງົບປະມານສຳລັບການ​ລົງ​ແຂ່ງຂັນສູງ​ເຖິງ 300 ລ້ານ​ເຢນ ຫລື ປະມານ 38 ຕື້ກີບ ສໍາລັບການດຶງທີມອັນດັບຫນຶ່ງຂອງໂລກເຂົ້າຮ່ວມການແຂ່ງຂັນ ແຕ່ມີລາຍງານວ່າ ສະຫະພັນບານເຕະອາເຈນຕິນາ ຕ້ອງການງົບປະມານໃນການເດີນທາງເຂົ້າຮ່ວມການແຂ່ງຂັນຫລາຍກວ່າ 600 ລ້ານເຢນ ຫລື ປະມານ 76 ຕື້ກວ່າກີບ ເຮັດໃຫ້ສະຫະພັນບານເຕະຍີ່ປຸ່ນ (JFA) ຕ້ອງເລືອກເອົາຄູ່ແຂ່ງຂັນ ເອລ ຊາວາດໍ ແລະ ເປຣູ ແທນ.

ເຊິ່ງຖ້າວ່າ ຍີ່ປຸ່ນ ຕົກລົງຈະຈ່າຍເງິນກ້ອນດັ່ງກ່າວ ຈະເປັນເງິນທີ່ຈ່າຍໃຫ້ກັບທີມທີ່ເຂົ້າລົງແຂ່ງຂັນ FIFA Day ສູງສຸດ. ກ່ອນໜ້ານີ້ ສະຫະພັນບານເຕະຍີ່ປຸ່ນ (JFA) ໄດ້ເຊີນທີມຊາດບຣາຊິນເຂົ້າຮ່ວມແຂ່ງຂັນໃນປີ 2022 ດ້ວຍງົບປະມານ 300 ລ້ານເຢນ ຫລື ປະມານ 38 ຕື້ກີບ ໂດຍນັດດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 6 ມິຖຸນາ 2022 ທີ່ປະເທດຍີ່ປຸ່ນ ທີ່ສະໜາມກິລາ ຍີ່ປຸ່ນ ນາຊັນແນລ, ຍີ່ປຸ່ນ ເສຍໃຫ້ ບຣາຊິລ 0-1 ໃນທ່າມກາງບັນດາແຟນບານ 63,638 ຄົນ ບຣາຊິລ ຊຸດນັ້ນນຳໂດຍ ເນມາ, ຄາເຊມິໂຣ, Fred, Alison, Richarlison