ແຕ່ງຕັ້ງຫົວໜ້າຄະນະສານປົກຄອງສານປະຊາຊົນສູງສຸດ ຜູ້ໃໝ່ ພ້ອມທັງເນັ້ນໃຫ້ເຂັ້ມງວດປະຕິບັດກົດຈັນຍາບັນ-ຈັນຍາທຳ

ໃນວັນທີ 24 ພຶດສະພາ 2023, ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປະກາດແຕ່ງຕັ້ງ ທ່ານ ທອງຄຳ ສະຫວັນເພັດ ຜູ້ພິພາກສາຊັ້ນສີ່ ຮັກສາການຄະນະສານປົກຄອງ ສານປະຊາຊົນສູງສຸດ, ຂຶ້ນເປັນຫົວໜ້າຄະນະສານປົກຄອງສານປະຊາຊົນສູງສຸດ. ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະສານປົກຄອງ ຂອງສານປະຊາຊົນສູງສຸດ. ເຊິ່ງມອບມະຕິຕົກລົງ ຂອງ ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານນາງ ວຽງທອງ ສີພັນດອນ ໄດ້ໂອ້ລົມ ແລະ ເນັ້ນໃຫ້ຜູ້ໄດ້ຮັບການແຕ່ງຕັ້ງຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີພາຍໃນເພື່ອເຮັດໃຫ້ພະນັກງານ-ຜູ້້ພິພາກສາ ມີແນວຄິດເປັນເອກະພາບກັບແນວທາງຂອງພັກ, ອຸ່ນອ່ຽນທຸ່ນທ່ຽງ ປະຕິບັດໜ້າທີ່ຮັບໃຊ້ປະຊາຊົນ, ປົກປ້ອງກົດໝາຍ, ນໍາເອົາຄວາມຍຸຕິທໍາມາສູ່ສັງຄົມ, ເດັດດ່ຽວຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ-ພະນັກງານ, ໃນນັ້ນຕ້ອງເຂັ້ມງວດປະຕິບັດກົດຈັນຍາບັນ-ຈັນຍາທຳ ດ້ານວິຊາຊີບ.

ໃຫ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ກວດກາ ການດຳເນີນຄະດີປົກຄອງ ຂັ້ນລຸ່ມ ເພື່ອຮັບປະກັນເຮັດໃຫ້ການດຳເນີນຄະດີ ປະຕິບັດຖືກຕ້ອງ, ເປັນທໍາ, ວ່ອງໄວ, ໂປ່ງໃສ, ຍົກລະດັບຄວາມເຊື່ອໝັ້ນຂອງປະຊາຊົນ ທີ່ມີຕໍ່ລະບົບການບໍລິຫານຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ສູງຂຶ້ນເທື່ອລະກ້າວ.

ສືບຕໍ່ນໍາພາປັບປຸງແບບແຜນ ວິທີນໍາພາຂອງຄະນະໜ່ວຍພັກ, ການແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະໜ່ວຍພັກຢ່າງຈະແຈ້ງ, ຂາດຕົວ, ນໍາພາ-ຊີ້ນໍາຕາມແຜນການ, ຈຸດສຸມ, ຄາດໝາຍທີ່ກໍານົດໄວ້, ພ້ອມທັງມີການຕິດຕາມກວດກາ, ປະເມີນຜົນ, ມີການສະຫລຸບ, ຖອດຖອນບົດຮຽນ, ສ່ອງແສງລາຍງານ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງບັນດາສະຫາຍສະມາຊິກພັກ ຕາມຫລັກການສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫລາຍ, ບຸກຄົນຂຶ້ນກັບການຈັດຕັ້ງເມື່ອຕົກລົງເປັນມະຕິແລ້ວ ຕ້ອງປະຕິບັດຕາມມະຕິຢ່າງເຂັ້ມງວດ.

ສືບຕໍ່ຄົ້ນຄວ້າ, ສ້າງນິຕິກຳໃຕ້ກົດໝາຍ ລວມທັງສ້າງກົນໄກຮ່ວມມື ແລະ ປະສານງານກັບພາກສ່ວນທີ່ມີສ່ວນກ່ຽວຂ້ອງກັບການດຳເນີນຄະດີປົກຄອງ ໃຫ້ລະອຽດ, ຈະແຈ້ງ ເພື່ອຮັບປະກັນຄຸນນະພາບຂອງການດຳເນີນຄະດີປົກຄອງ ຕາມກົດໝາຍ, ຍົກສູງລະດັບການບໍລິການປະຊາຊົນ, ການຈັດຕັ້ງຕ່າງໆທີ່ພົວພັນ ໃຫ້ໂປ່ງໃສ, ຖືກຕ້ອງ ແລະ ເປັນທຳ.

ເອົາໃຈໃສ່ຊຸກຍູ້ອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ ແລະ ຂໍ້ແຂ່ງຂັນຂອງແຕ່ລະອົງການວາງອອກໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນການຟົດຟື້ນ ແລະ ມີຜົນສຳເລັດ.