ວັນທີ 24 ພຶດສະພາ 2023, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະນໍາກະຊວງປ້ອງກັນຄວາມສະຫງົບ ໄດ້ເດີນທາງ ໄປຢ້ຽມຢ້າມສັນຖະວະໄມຕີ ຢູ່ ສປ ຈີນ ໃນວັນທີ 24-26 ພຶດສະພາ 2023, ເປັນກຽດນໍາສົ່ງຄະນະຜູ້ແທນ ໂດຍ ທ່ານ ພົນຕີ ວັນທອງ ກອງມະນີ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າກົມໃຫ່ຍການເມືອງປ້ອງກັນຄວາມສະຫງົບ ແລະ ທ່ານ ພັນເອກພິເສດ ຫລີປິ່ງ ທູດທະຫານປະຈຳສະຖານ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ.
ການເດີນທາງຂອງຄະນະຜູ້ແທນຂັນສູງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ຄັ້ງນີ້, ເພື່ອສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມື ຍຸດທະສາດຮອບດ້ານ ແລະ ເຊັນບົດບັນທຶກການຮ່ວມມື ປະຈຳປີ 2023 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງ ປ້ອງກັນຄວາມສະຫງົບ ສປ ຈີນ ເພື່ອເພີ່ມທະວີການຮ່ວມມືຂອງສອງກະຊວງ ໃຫ້ແໜ້ນແຟ້ນ ແລະ ເຕີບໃຫ່ຍຂະຫຍາຍຕົວຍິ່ງໆຂຶ້ນ.
ໃນໂອກາດນີ້, ທ່ານ ພົນຕີ ວັນທອງ ກອງມະນີ ໄດ້ຕາງໜ້າໃຫ້ ນາຍ ແລະ ພົນຕໍາຫລວດທົ່ວກໍາລັງປ້ອງກັນຄວາມສະຫງົບ ອວຍພອນໄຊອັນປະເສີດໃຫ້ແກ່ຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ເດີນທາງໄປຢ້ຽມຢ້າມສັນທະສະໄມຕີ ຢູ່ ສປ ຈີນ ໃນຄັ້ງນີ້ ຈົ່ງເດີນທາງດ້ວຍຄວາມປອດໄພ ແລະ ເຮັດສໍາເລັດໜ້າທີ່ການເມືອງອັນມີກຽດ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ຕາມຈຸດປະສົງຄາດໝາຍທີ່ວ່າງໄວ້.
ພາບ-ຂ່າວ: ໜັງສືພິມ ປກສ