ຢຶດແຮ່ຫີນຂຽວ 41 ໂຕນ ກັກຕົວຜູ້ກະທໍາຜິດໄດ້ 4 ຄົນ ພ້ອມລົດກະບະວີໂກ້1 ຄັນ

ທ່ານ ພັທ ສິດທິເດດ ພຸດທະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ວິລະບູລີ ໃຫ້ຂໍ້ມູນວ່າ: ວັນທີ 16 ພຶດສະພາ 2023 ເວລາ ປະມານ 4:20 ນາທີ ທາງເຈົ້າໜ້າທີ່ ປກສ ເມືອງວິລະບູລີ ໄດ້ຮັບຂໍ້ມູນແຫລ່ງຂ່າວຈາກພົນລະເມືອງດີວ່າ: ມີກຸ່ມປະຊາຊົນເມືອງວິລະບູລີ ຈໍານວນໜຶ່ງ, ໄດ້ມີການເຄືື່ອນໄຫວລັກລອບເອົາແຮ່ທອງ ມາຊຸກເຊື່ອງ ແລະ ທ້ອນໂຮມໄວ້ຢູ່ສວນດັ່ງກ່າວເປັນຈຳນວນຫຼາຍ, ຈາກນັ້ນ ທາງເຈົ້າໜ້າທີ່ ປກສ ເມືອງ ວິລະບູລີ ຈຶ່ງໄດ້ມີການກວດກາຕິດຕາມເພື່ອພິສູດຂໍ້ມູນແຫຼ່ງຂ່າວ, ຜ່ານການກວດກາຕົວຈິງແມ່ນມີມູນຄວາມຈິງແທ້; ຈາກນັ້ນພໍຕົກມາເຖິງເວລາປະມານ 5 ໂມງ ຂອງວັນດຽວກັນ ທາງເຈົ້າໜ້າທີ່ ປກສ ເມືອງ ວິລະບູລີ ຈຶ່ງໄດ້ປະສານສົມທົບກັບເຈົ້າໜ້າທີ່ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ປ້ອງກັນບໍລິສັດລ້ານຊ້າງ ເພື່ອສະແດງຕົວເຂົ້າທຳການເລີກຮື້ ແລະ ສະກັດກັ້ນຕໍ່ສະພາບດັ່ງກ່າວ, ເມື່ອຜ່ານການເລີກຮື້ ແລະ ສະກັດກັ້ນ ຈຶ່ງສາມາດກັກຕົວຜູ້ກະທຳຜິດໃນສະຖານທີ່ດັ່ງກ່າວ ໄດ້ຈຳນວນ 4 ຄົນ ຍິງ 1 ຄົນ, ຢຶດອາຍັດເຄື່ອງຂອງກາງປະເພດ ແຮ່ທອງ ໄດ້ຈໍານວນ 41 ໂຕນ, ລົດກະບະຍີ່ຫໍ້ ໂຕໂຢຕ້າ ວີໂກ້ ສີປອນທອງ ບໍ່ຕິດປ້າຍທະບຽນ ໄດ້ຈໍານວນ 1 ຄັນ, ລົດຈັກດັດແປງສະພາບ ( ລົດຕະແກ໋ງ ) ຈຳນວນ 3 ຄັນ ແລະ ເຄື່ອງມືໃຊ້ສື່ສານປະເພດ ໂຟ້ນີ ຈຳນວນ 3 ໜ່ວຍ, ຂຶ້ນມາໄວ້ທີ່ ກອງບັນຊາການ ປກສ ເມືອງ ວິລະບູລີ ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຜ່ານການສືບສວນ-ສອບສວນ ຜູ້ກະທໍາຜິດທັງ 4 ຄົນ ຈຶ່ງຮູ້ໄດ້ວ່າ ພວກກ່ຽວທັງ 4 ຄົນ ແມ່ນເປັນປະຊາຊົນ ບ້ານໂນນສົມບູນ ຈໍານວນ 3 ຄົນ ແລະ ບ້ານ ປະດົງ 1 ຄົນ ( ເປັນເພດຍິງ ) ສ່ວນສາເຫດ ແລະ ແຮງຈູງໃຈ ທີ່ເຮັດໃຫ້ພວກກ່ຽວທັງ 4 ຄົນ ເຂົ້າຮ່ວມໃນການເຄື່ອນໄຫວກະທຳຜິດໃນຄັ້ງນີ້ ແມ່ນຍ້ອນເກີດຈາກຄວາມຂາດເຂີນທາງດ້ານເສດຖະກິດຄອບຄົວ ຈຶ່ງໄດ້ເຂົ້າມາເຄື່ອນໄຫວຮັບຈ້າງລາກແກ່ເຄື່ອນຍ້າຍ, ຊຸກເຊື່ອງ ທ້ອນໂຮມແຮ່ທອງປະເພດດັ່ງກ່າວ ຕາມການຈ້າງວານຂອງຜູ້ເກັບຊື້ ໃນລາຄາຖ້ຽວລະ 50.000 ກີບ; ສ່ວນເຈົ້າຂອງລົດກະບະຍີ່ຫໍ້ ໂຕໂຍຕ້າ ວີໂກ້ ສີປອນທອງ ( ທີ່ເປັນຜູ້ມາເກັບຊື້ ) ແລະ ເຈົ້າຂອງເຄື່ອງຂອງກາງດັ່ງກ່າວ ແລະ ຜູ້ອື່ນໆ ທີ່ໄດ້ເອົາຕົວຫຼົບໜີ.

