ແຈ້ງການຄັ້ງທີ 3 ເຖິງ 1.430 ຫົວໜ່ວຍທຸລະກິດ ທີ່ຄ້າງມອບອາກອນ 1 ປີ ກຳນົດ 15 ວັນ ຫາກກາຍຈະຖືກລຶບລ້າງ ແລະ ດຳເນີນຕາມລະບຽບກົດໝາຍ

ວັນທີ 22 ພຶດສະພາ 2023 ນີ້ ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນອອກແຈ້ງການ ເຖິງ ບຸກຄົນ, ນິຕິບຸກຄົນ ທີ່ເປັນນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດ ຫຼື ໄດ້ຮັບທະບຽນວິສາຫະກິດຈາກຂະແຫນງການທີ່ກ່ຽວຂ້ອງຄື: ຂະແຫນງອຸດສາຫະກໍາ ແລະ ການຄ້າ ແຕ່ບໍ່ມາແຈ້ງມອບພັນທະອາກອນໃນລະບົບ TaxRIS ເປັນເວລາ 1 ປີ ຂຶ້ນໄປ ຈໍານວນ 1.430 ຫົວໜ່ວຍ ແມ່ນໃຫ້ຮີບຮ້ອນເຂົ້າມາພົວພັນ ແລະ ລາຍງານສະພາບການເຄື່ອນໄຫວຂອງທຸລະກິດ ແລະ ສາເຫດທີ່ບໍ່ໄດ້ແຈ້ງມອບອາກອນໃຫ້ສ່ວຍສາອາກອນປະຈໍານະຄອນຫຼວງ ພາຍໃນກໍານົດ 15 ວັນລັດຖະການນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປຖ້າກໍລະນີຍັງບໍ່ມາລາຍງານ, ບໍ່ມາແຈ້ງອາກອນ ສ່ວຍສາອາກອນປະຈໍານະຄອນ ຫຼວງວຽງຈັນຈະໄດ້ປະສານກັບພາກສ່ວນກ່ຽວຂ້ອງ ເພື່ອຂໍລົບລ້າງອອກຈາກຖານຂໍ້ມູນ ແລະ ດໍາເນີນມາດຕະການຕາມລະບຽບກົດໝາຍຢ່າງເຂັ້ມງວດ (ລາຍລະອຽດຊື່ຫົວຫນ່ວຍ ວິສາຫະກິດ ແມ່ນໄດ້ຕິດຄັດມາພ້ອມນີ້).

ດັ່ງນັ້ນ, ຈິ່ງຂໍແຈ້ງມາຍັງບັນດາທ່ານທີ່ເປັນເຈົ້າຂອງບໍລິສັດ ແລະ ວິສາຫະກິດໄດ້ຮັບຊາບ ແລະ ໃຫ້ການຮ່ວມມື ຮີບຮ້ອນ ເຂົ້າມາພົວພັນນໍາເຈົ້າຫນ້າທີ່ສ່ວຍສາອາກອນປະຈໍານະຄອນຫຼວງ (ຂະແໜງຄຸ້ມຄອງລາຍຮັບອາກອນ) ຕາມແຈ້ງການ.

ຫມາຍເຫດ: ໃນກໍລະນີຫາກບໍລິສັດມີຂໍ້ມູນການແຈ້ງມອບອາກອນ, ໃບຢັ້ງຢືນມອບພັນທະອາກອນປະຈໍາປີ ແລະ ມີເລກປະຈໍາ ຕົວຜູ້ເສຍອາກອນ 2 ເລກ ແມ່ນໃຫ້ອັດສໍາເນົາເອກະສານທີ່ຕິດພັນແລ້ວເຂົ້າມາພົວພັນນາເຈົ້າໜ້າທີ່ສ່ວຍສາອາກອນພາຍໃນ 15 ວັນລັດຖະການ.

ລາຍຊື່ວິສາຫະກິດ ກົດທີ່ລິ້ງ www.mof.gov.la