ທະນາຄານແຫ່ງ ສປປ ລາວ ແລະ ກະຊວງການເງິນ ຍົກສູງຮ່ວມມືແກ້ໄຂບັນຫາຫຍຸ້ງຍາກການຄຸ້ມຄອງການເງິນ-ເງິນຕາ

ທະນາຄານແຫ່ງ ສປປ ລາວ ແລະ ກະຊວງການເງິນ ໄດ້ເປີດກອງປະຊຸມຮ່ວມພົບປະປຶກສາຫາລື 2 ຝ່າຍ ໃນວັນທີ 22 ພຶດສະພາ 2023 ເພື່ອຍົກສູງການຮ່ວມມືແກ້ໄຂວຽກງານການຄຸ້ມຄອງການເງິນ-ເງິນຕາ, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ.

ເພື່ອສະຫລຸບຕີລາຄາຄວາມຄືບໜ້າການຈັດຕັ້ງປະຕິບັດແກ້ໄຂວຽກງານການຄຸ້ມຄອງການເງິນ-ເງິນຕາ ແລະ ຍົກສູງການຮ່ວມມື ຕາມການຕົກລົງຂອງກອງປະຊຸມ ຄັ້ງວັນທີ 25 ພະຈິກ 2022 ຜ່ານມາ, ເຊິ່ງມີວຽກງານການປັບປຸງກົນໄກການກໍານົດມາດຕະການກົນໄກການນໍາເຂົ້າສິນຄ້າຟຸມເຟືອຍ; ການແກ້ໄຂໜີ້ສິນຮ່ວມກັນ; ການປັບປຸງກົນໄກການເກັບລາຍຮັບເປັນເງິນຕາຕ່າງປະເທດ; ການທົບທວນຄືນບັນດານິຕິກໍາ-ລະບຽບການ ລະຫວ່າງ 2 ຂະແໜງການ ແລະ ວຽກງານອື່ນໆ.

ຜ່ານການປຶກສາຫາລືຂອງກອງປະຊຸມໄດ້ຕົກລົງ ແລະ ເປັນເອກະພາບຢ່າງສູງຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເພື່ອແກ້ໄຂບັນຫາຂໍ້ຫຍຸ້ງຍາກທາງດ້ານການຄຸ້ມຄອງການເງິນ-ເງິນຕາ ຮ່ວມກັນ ໂດຍການແຕ່ງຕັ້ງຄະນະກຳມະການ ເພື່ອຄົ້ນຄວ້າກຳນົດລາຍການສິນຄ້ານຳເຂົ້າ, ປັບປຸງກົດໝາຍ ແລະ ນິຕິກຳອຶ່ນໆ ທີ່ປິ່ນອ້ອມໃນວຽກງານຄຸ້ມຄອງການນຳເງິນສົດເຂົ້າ-ອອກ ສປປ ລາວ, ການຄຸ້ມຄອງເງິນຕາຕ່າງປະເທດຕິດພັນກັບລາຍຮັບງົບປະມານຂອງລັດ ແລະ ວຽກງານອື່ນໆ ເພື່ອໃຫ້ການເຄື່ອນໄຫວວຽກງານຄຸ້ມຄອງການເງິນ-ເງິນຕາ ໃຫ້ມີຄວາມຄ່ອງຕົວ ແລະ ຮັດກຸມຍິ່ງຂຶ້ນ.

ພ້ອມດຽວກັນນີ້, ທັງສອງຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນໃນການປັບປຸງກົນໄກການຮ່ວມມື ແລະ ການເຊັນຢັ້ງຢືນເອກະສານສຳຄັນຮ່ວມກັນ.