ໄບຣຕັນ ຄວ້າໂຄຕ້າລຸຍດບານຢູໂຣບຄັ້ງທຳອິດໃນປະຫວັດສາດສະໂມສອນ

ໄບຣຕັນ ຄວ້າໂຄຕາໄປຫລິ້ນບານຢູໂຣບໄດ້ເປັນຄັ້ງທຳອິດໃນປະຫວັດສາດຂອງສະໂມສອນ ຫລັງເປີດບ້ານເອົາຊະນະ ເຊົາແຮມຕັນ 3-1 ໃນການແຂ່ງຂັນພຣີເມຍລີກ ອັງກິດ.

ການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ລະດູການ 2022-23 ເມື່ອວັນທີ 21 ພຶດສະພາ ໄບຣຕັນ ທີມອັນດັບ 6 ຂອງຕາຕະລາງເປີດສະໜາມ ດິ ອາເມຣິກັນ ເອັກເພຣສ ຄອມມິນີຕີ ພົບກັບ ເຊົາແຮມຕັນ ທີມອັນດັບ 20 ທີ່ຕົກຊັ້ນໄປແລ້ວ.

ຜົນປາກົດວ່າ ໄບຣຕັນ ເປັນຝ່າຍເອົາຊະນະໄປໄດ້ 3-1 ຈາກປະຕູຂອງ ອີວານ ເຟີກູສັນ ນາທີ 29 ແລະ 40 ລວມເຖິງ ປາສກາລ ກຣອສ ນາທີ 69 ສ່ວນທີມຢາມໄດ້ປະຕູຈາກ ໂມຮາເຫມັດ ເອລຢູນູສຊີ ນາທີ 58.

ຈາກຜົນທີ່ເກີດຂຶ້ນເຮັດໃຫ້ ໄບຣຕັນ ມີເພີ່ມເປັນ 61 ຄະແນນ ຈາກ 36 ນັດ ຄອງອັນດັບ 6 ຂອງຕາຕະລາງ ແລະ ຄວ້າໂຄຕ້າໄປຫລິ້ນບານເຕະຂັນຢູໂຣບລະດູການໜ້າແນ່ນອນແລ້ວ ແຕ່ຕ້ອງມາເບິ່ງກັນອີກວ່າ 2 ເກມສຸດທ້າຍວ່າຈະເປັນ ຢູຟາ ແຊ໊ມປຽນ ລີກ ຫລື ຢູໂຣປາ ຄອນເຟເຣນ ລີກ ພ້ອມເປັນຄັ້ງທຳອິດໃນປະຫວັດສາດສະໂມສອນ 121 ປີ ເຊິ່ງພວກເຂົາຈະໄດ້ໄປຫລິ້ນໃນບານຢູໂຣບນຳອີກ.