ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫລະຊີວິດໃນປາງສົງຄາມຢູ່ລາວກັບຄືນປະເທດ

ພິທີ ມອບ-ຮັບ ແລະ ຈັດສົ່ງອັດຖິທະຫານອາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫລະຊີວິດໃນສະໄໝສົງຄາມຢູ່ດິນແດນນະຄອນຫລວງວຽງຈັນກັບຄືນສູ່ປະເທດ1 ອັດຖິ ຈັດຂຶ້ນວັນທີ 19 ພຶດສະພາ 2023 ຢູ່ກອງບັນຊາການທະຫານນະຄອນຫລວງວຽງຈັນ, ໂດຍມີສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫລວງວຽງຈັນ, ມີທ່ານ ຫງວຽນ ຮົງ ລິ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ (ຜູ້ປະຈຳການ), ມີສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫລວງວຽງຈັນ.
ພິທີດັ່ງກ່າວພາກສ່ວນຕ່າງໆ 9 ຄະນະ ກໍໄດ້ເຂົ້າວາງພວງມະລາ ເພື່ອເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານຄຸນງາມຄວາມດີຂອງບັນດາສະຫາຍນັກຮົບວິລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫລະຊີວິດ ເພື່ອພາລະກິດອັນສູງສົ່ງ ເພື່ອຄວາມສົມບູນພູນສຸກ, ຄວາມເປັນເອກະລາດ, ຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວ ກໍຄື ການປະຕິບັດໜ້າທີ່ດ້ວຍນໍ້າໃຈສາກົນກຳມະຊີບອັນສູງສົ່ງຂອງບັນດາສະຫາຍນັກຮົບວິລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ມາປະຕິບັດໜ້າທີ່ຢູ່ລາວໃນປາງສົງຄາມ.
ໂດຍປະຕິບັດຕາມສັນຍາຂອງ 2 ລັດຖະບານ ແລະ ບົດບັນທຶກຊ່ວຍຈໍາລະຫວ່າງ 2 ຄະນະ ປະຕິບັດງານພິເສດລາວ-ຫວຽດນາມກ່ຽວກັບການຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາສົງຄາມຢູ່ລາວ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ, ເຊິ່ງໄດ້ປະສານງານກັນແໜ້ນລະຫວ່າງຄະນະປະຕິບັດງານພິເສດຂອງທະຫານນະຄອນຫລວງວຽງຈັນ ກັບ ຄະນະປະຕິບັດງານພິເສດແຂວງຮ່າຕິ່ງ ເລີ່ມມາແຕ່ປີ 2000 ເຖິງປີ 2022 ສາມາດຂຸດຄົ້ນ ໄດ້ 127 ອັດຖິ ແລະ ໄດ້ມອບ-ຮັບຈັດສົ່ງແລ້ວ, ສະເພາະປີ 2023 ນີ້ ໜ່ວຍງານຊອກຄົ້ນ ແລະ ຂຸດຄົ້ນໄດ້ລົງມືປະຕິບັດນັບແຕ່ເດືອນ ມີນາ ຫາເດືອນ ເມສາ ສາມາດຂຸດຄົ້ນໄດ້ຕົວຈິງ 1 ອັດຖິ ຢູ່ບ້ານດົງຄວາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ.

