ຄາເຊມິໂຣ ຍິງໃຫ້ແມນຢູ ບຸກເອົາຊະນະ ບອນມັດ 1-0 ໂອກາດໄປແຊ້ມປຽນລີກ ເປີດກວ້າງຂຶ້ນ

ການແຂ່ງຂັນພຣີເມຍລີກ 2022/23 ວັນທີ 20 ພຶດສະພາ 2023 ແມນເຊັສເຕີ ຢູໄນເຕັດ ທີມອັນດັບ 4 ຂອງຕາຕະລາງ ບຸກໄປຢາມ ບອນມັດ ອັນດັບ 14, ໃນເກມນີ້ ເຈົ້າບ້ານສົ່ງ ດໍມີນິກ ໂຊລັນເກ້ ລົງໜ້າເປົ້າ. ສ່ວນທີມຢາມສົ່ງ ມາຊິຢາລ ຢືນໜ້າເປົ້າ.
ແມນເຊັສເຕີ ຢູໄນເຕັດ ໄດ້ປະຕູຂຶ້ນນໍາໄວໃນນາທີ 9 ຈາກການເປີດບານເຂົ້າເຂດໂທດຂອງ ຄຣິສຕຽນ ເອຣິກເຊນ ໄປເຂົ້າທາງຍິງປະຕູຂອງ ຄາເຊມີໂຣ ກະໂດດຍິງຜ່ານຜູ້ຮັກສາປະຕູຂອງ ບອນມັດ ເຂົ້າໄປຢ່າງສວຍງາມ, ຈົບເກມ 45 ນາທີທຳອິດ ດ້ວຍຄະແນນນີ້. ເຊັ່ນດຽວກັນກັບເຄິ່ງທີ່ເວລາທີ່ສອງ ບໍ່ມີປະຕູ້ເກີດຂຶ້ນຂອງທັັງສອງທີມ.
ຈົບເກມ ແມນເຊັສເຕີ ຢູໄນເຕັດ ບຸກໄປເອົາຊະນະ ບອນມັດ 1-0, ໂອກາດທີ່ຈະໄດ້ໂຄຕ້າໄປເຕະ ຢູຟາ ແຊ້ມປ້ຽນລີກ ລະດູການໜ້າ ເລີ່ມເປີດກວ້າງຫລາຍຂຶ້ນ.

