ຊີ້ແຈງເຫດການຂັດແຍ້ງ ສອງບໍລິສັດໄດ້ຮັບການອະນຸຍາດ ສ່ວນປະຊາຊົນແມ່ນບຸກເບີກເຂົ້າໄປເຂດສຳປະທານ

ຂ່າວແຂວງອັດຕະປືລາຍງານວ່າ: ວັນທີ 18 ພຶດສະພາ 2023 ຜ່ານມານີ້ ທ່ານ ບຸນເຊີນ ສີອາມາດ ນາຍບ້ານໜອງຫີນ ແລະ ທ່ານ ນາງ ເພັດຈັນດາ ຈັນທະມາດ ຮອງນາຍບ້ານໆ ໄຊດອນໂຂງ ອອກມາຊີ້ແຈງຄວາມກະຈ່າງແຈ້ງຕໍ່ຄູ່ກໍລະນີທີ່ສັງຄົມໄດ້ເຫັນໃນສື່ສັງຄົມອອນລາຍໂດຍມີບຸກຄົນທີ່ບໍ່ເປັນທາງການ ໄດ້ໂຟລ ແລະ ມີຄວາມເຫັນວິພາກວິຈານຕໍ່ກັບເຫດການທີ່ເກີດຂຶ້ນໃນ 2 ບ້ານຄື:

ເຫດການຢູ່ບ້ານໜອງຫີນ: ວັນທີ 14 ພຶດສະພາ 2023 ມີຜູ້ພັດທະນາໂຄງການບໍລິສັດຊີຊິນ ໄດ້ຮັບການອະນຸຍາດສໍາປະທານທີ່ດິນໃນເນື້ອທີ່ 300 ເຮັກຕາ, ເພື່ອປູກຕົ້ນໄມ້ຟື້ນຟູປ່າ ແລະ ປູກໄມ້ກະສິກໍາແບບປະສົມປະສານ ໄດ້ຮັບການອະນຸຍາດຖືກຕ້ອງຕາມລະບຽບກົດໝາຍການລົງທຶນ, ໄດ້ມີການບຸກເບີກພື້ນທີ່ຕາມຂອບເຂດທີ່ໄດ້ຮັບການອະນຸຍາດ, ແຕ່ໃນເນື້ອທີ່ດັ່ງກ່າວໄດ້ມີປະຊາຊົນຈໍາວນວນໜຶ່ງຂອງບ້ານ ແລະ ບ້ານໃກ້ຄຽງ ເຂົ້າມາປູກມັນຕົ້ນມີທັງໝົດ 85 ຄອບຄົວ ເປັນພົນລະເມືອງບ້ານໜອງຫີນເອງ 26 ຄອບຄົວ ແລະ 59 ຄອບຄົວເປັນພົນລະເມືອງບ້ານອື່ນຢູ່ໃນເມືອງສະໜາມໄຊໂດຍບໍ່ໄດ້ຮັບການອະນຸຍາດ ເພາະພື້ນທີ່ນັ້ນ ເພາະຟື້ນທີ່ດັ່ງກ່າວບ້ານໄດ້ສະຫວງວນໄວ້ແລ້ວຕາມທິດທາງຂອງພັກ-ລັດທີ່ຫ້າມປະຊາຊົນບໍ່ໃຫ້ເຂົ້າມາບຸກເບີກຢ່າງເດັດຂາດ, ໄດ້ມີປ້າຍຫວງຫ້າມ, ໄດ້ເຮັດໜ້າທີ່ການເມືອງປະຊາຊົນຫລາຍຄັ້ງແລ້ວ ແລະ ຂະຫຍາຍເນື້ອທີ່ກວ້າງອອກໂດຍບໍ່ໄດ້ຜ່ານອໍານາດການປົກຄອງບ້ານ ຝືນດື້ຕາມຄວາມມັກຂອງຕົນເອງ ແລະ ປະຊາຊົນຈໍານວນໜຶ່ງກໍ່ແມ່ນປະຊາຊົນເຄື່ອນຍ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເປັນປະຊາຊົນຈາກບ້ານອື່ນ ເຮັດໃຫ້ການຈັດຕັ້ງບ້ານພົບຄວາມຫຍຸ້ງຍາກໃນການຄຸ້ມຄອງ, ການເຕົ້າລວມບໍ່ທົ່ວເຖິງ, ປະຊາຊົນຈໍານວນໜຶ່ງບໍ່ທັນເຂົ້າໃຈຕໍ່ແນວງທາງຂອງພັກ-ລັດ, ເກີດມີຄວາມລະແວງສົງໄສ, ເກີດມີຄວາມຢາກໄດ້, ຄວາມບໍພໍໃຈໃນເມື່ອມີບັນຫາ ແລະ ຂາດສະຕິຕໍ່ການບໍລິໂພກຂໍ້ມູນຂ່າວສານ ແລະ ອື່ນໆ ຈຶ່ງກໍ່ໃຫ້ເກີດມີບັນຫາ.

ເຫດການຢູ່ບ້ານໄຊດອນໂຂງ: ວັນທີ 13 ພຶດສະພາ 2023 ກໍມີຜູ້ພັດທະນາໂຄງການ ໂດຍແມ່ນບໍລິສັດກອງແກ້ວ ໄດ້ຮັບການອະນຸຍາດສໍາປະທານທີ່ດິນເຊັ່ນດຽວກັນ ໃນເນື້ອທີ່ 300 ເຮັກຕາ, ເພື່ອປູກຕົ້ນໄມ້ຟື້ນຟູປ່າ ແລະ ປູກໄມ້ກະສິກໍາແບບປະສົມປະສານ ໂດຍໄດ້ຮັບການອະນຸຍາດຖືກຕ້ອງຕາມລະບຽບກົດໝາຍການລົງທຶນ ແລະ ມີເອກະສານອະນຸຍາດຢ່າງຄົບຖ້ວນ, ໃນເວລາດຽວກັນນັ້ນ, ກໍໄດ້ມີການບຸກເບີກພື້ນທີ່ຕາມຂອບເຂດທີ່ໄດ້ຮັບການອະນຸຍາດເຊັ່ນດຽວກັນ, ແຕ່ໃນເນື້ອທີ່ດັ່ງກ່າວໄດ້ມີປະຊາຊົນຄອບຄົວໜຶ່ງທີ່ຂຶ້ນກັບບ້ານ ຫີນລັບ ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ເຂົ້າມາຈັບຈອງ ແລະ ບຸກເບີກເນື້ອທີ່ຖືກຕ້ອງເພື່ອທໍາການຜະລິດປູກກາເຟ ແລະພັດທະນາປູກໄມ້ໃຫ້ໝາກມາຫລາຍປີໃນເນື້ອທີ່ 10 ກວ່າເຮັກຕາ ແລະ ໄດ້ຮັບຄ່າຊົດເຊີຍຈໍານວນໜຶ່ງແລ້ວ,ມາຮອດປັດຈຸບັນຍັງໄດ້ສືບຂະຫຍາຍເນື້ອທີ່ປູກມັນຕົ້ນໃນເນື້ອທີເກືອບເຂົ້າ 50 ເຮັກຕາ, ໂດຍແມ່ນພື້ນທີ່ບໍ່ໄດ້ຮັບການອະນຸຍາດຈາກພາກສ່ວນກ່ຽວຂ້ອງຂອງບ້ານ, ເມືອງ ແລະ ບໍ່ໄດ້ຮັບການຢັ້ງຢືນໃຫ້ສິດຄຸ້ມຄອງນໍາໃຊ້ທີ່ດິນໃນພື້ນທີ່ນີ້ແຕ່ຢ່າງໃດ ສະນັ້ນ, ມາຮອດໃນເວລາເກີດເຫດ ແມ່ນທາງບໍລິສັດ ໄດ້ເຂົ້າບຸກເບີກແລວທາງ ເພື່ອກະກຽມພັດທະນາເຂດດັງກ່າວ ຈຶ່ງເຮັດໃຫ້ຄອບຄົວຂອງພວກກ່ຽວບໍ່ມີຄວາມພໍໃຈ, ມີການໂຕ້ຖຽງກັນຫລາຍສົມຄວນ, ພ້ອມກັນນັ້ນ, ຍັງໄດ້ອັດຄິບວິດີໂອ, ປ້ອຍດ່າໃສ່ຮ້າຍປ້າຍສີຄູ່ກໍລະນີລວມໄປເຖິງອໍານາດການປົກຄອງບ້ານ ແລະ ການຈັດຕັ້ງພັກ-ລັດ ດັ່ງທີ່ເຫັນໃນສື່ສັງຄົມອອນລາຍ.

ຕໍ່ກັບບັນຫາດັ່ງກ່າວ, ຄະນະພັກອໍານາດການປົກຄອງບ້ານ ກໍໄດ້ເອົາໃຈໃສ່ປະສານສົມທົບກັບພາສ່ວນກ່ຽວຂ້ອງຂອງບ້ານ, ເມືອງ ເພື່ອເຮັດໜ້າທີ່ກແກ້ໄຂບັນຫາໃຫ້ສະຫງົບລົງ ແລະ ແກ້ໄຂໄປຕາມຂະບວນການ, ຂັ້ນຕອນຕາມຂອງກົດໝາຍບ້ານເມືອງ. ພ້ອມນັ້ນ, ຍັງໄດ້ປະສານສົມທົບ ແລະ ຮຽກເຊີນຄູ່ກໍລະນີທັງສອງບ້ານ ແລະ ສອງຝ່າຍຄື: ຝ່າຍບໍລິສັດ, ບ້ານ ແລະ ປະຊາຊົນ ມາໄຂຂໍ້ຂ້ອງໃຈ ແລະ ໃຫ້ຄວາມກະຈ່າງແຈ້ງຕໍ່ສື່ມວນຊົນ ແລະ ສັງຄົມກ່ຽວກັບເຫດການທີ່ເກີດຂຶ້ນ ເພື່ອເອົາຂໍ້ມູນອັນລະອຽດ, ສັງລວມລາຍງານໃຫ້ຂັ້ນເທິງຖັດຕົນຕາມລະບຽບການ ພ້ອມດຽວກັນນັ້ນ, ຍັງເຮັດໜ້າທີ່ສຶກສາອົບຮົມ, ອະທິບາຍ, ຊີແຈງຕໍ່ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດຢ່າງລະອຽດ.

ນອກນັ້ນ, ຄູ່ກໍລະນີຍັງໄດ້ໃຫ້ຄໍາກະຈ່າງແຈ້ງຕື່ມ ແລະ ໃຫ້ການຂໍໂທດຕໍ່ສັງຄົມ ທີ່ເຫັນວ່າຕົນເອງໄດ້ກະທໍາຜິດເຊັ່ນ: ອັດຄິບລົງສື່ອອນລາຍ, ຮ່ວມກັນທັກທ້ວງຄູ່ກໍລະນີຈົນເຮັດເກີດມີຄວາມເຊື່ອມເສຍເຊັ່ນນາງບົວແປງ, ນາງແຕງ ແລະ ທ ວົງວິໄຊ ແສງມະນາວົງ ເຊິ່ງເປັນປະຊາຊົນບ້ານແທ ແລະ ຜູ້ອື່ນໆ ຍອມຮັບຄວາມເປັນຈິງ ແລະ ຂໍໂທດຕໍ່ສັງຄົມ ແລະ ການຈັດຕັ້ງພັກ-ລັດກັບເຫດການທີ່ເກີດຂຶ້ນດ້ວຍຄວາມຈິງໃຈວ່າ: ຍ້ອນເຫັນໄດ້ວ່າເຂດພື້ນທີ່ດັ່ງກ່າວຜົນຜະລິດເປັນໝາກຜົນດີ, ບໍ່ທັນເຂົ້າໃຈຢ່າງອັນຜິດອັນຖືກ, ຮູ້ເທົ່າບໍ່ເຖິງການ, ຢ້ານກົວທີ່ເຫັນເຫດການເກີດຂຶ້ນແບບບໍ່ເຄີຍເຫັນມາກ່ອນ, ແລະ ການສະຕິໃນເວລານັ້ນ ແລະ ກໍຂໍອະໄພຕໍ່ການຈັດຕັ້ງພັກ-ລັດ ແລະ ສັງຄົມ ທີ່ໄດ້ກະທໍາຜິດໃນຄັ້ງນີ້ດ້ວຍ.

ສ່ວນວ່າຝ່າຍກໍລະນີກໍຄືຝ່າຍບໍລິສັດທັງສອງບໍລິສັດທີ່ກະທໍາຜິດຕໍ່ປະຊາຊົນເຊັ່ນວ່າ: ທໍາຮ້າຍຮ່າງກາຍ, ນາບຄູ່ ແລະ ພຸກພາອາວຸດເສິກປະປະຈໍາຕົວທີ່ບໍ່ໄດ້ຮັບການອະນຸຍາດ ການຈັດຕັ້ງພັກ-ລັດກໍບໍ່ໄດ້ນິ້ງນອນເສີຍ, ຍັງສືບຕໍ່ສຶກສາຄົນຄວ້າສັງລວມຂໍ້ມູນລະອຽດ ເພື່ອນໍາສະເໜີການຈັດຕັ້ງທີ່ກ່ຽວຂ້ອງດໍາເນີນຄະດີຕາມລະບຽບກົດໝາຍ. ດັ່ງນັ້ນ, ຈິງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງອຸ່ນໃຈ ແລະ ເຊື່ອຫມັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ໃຫ້ເຄົາລົບລະບຽບກົດໝາຍ, ມີສະຕິໃນການເສບຂ່າວປອມ, ຂ່າວລື, ຂ່າວບິດເບືອນຄວາມຈິງ, ໃຫ້ກຽດເຊິ່ງກັນ ແລະ ກັນ, ມີຄວາມເຂົ້າໃຈ ແລະ ມີຄວາມເປັນເອກະພາບຕໍ່ແນວທາງຂອງພັກ-ລັດທີ່ໄດ້ວາງອອກໃນແຕ່ລະໄລຍະ.