ຈັບຂີ້ລັກ 2 ຄົນ ອາຍຸ 15 ປີ ແລະ 19 ປີ ເຄີຍກໍ່ເຫດລັກລົດຈັກມາແລ້ວ 31 ຄັນ

 

ທ່ານ ພັທ ອຸໄທ ແກ້ວພິທູນ ຫົວໜ້າ ປກສ ກຸ່ມໂນນຫວາຍ ລາຍງານວ່າ: ເວລາ 14:00 ໂມງ ຂອງວັນທີ 10 ພຶດສະພາ 2023 ຜ່ານມາ ໄດ້ຮັບລາຍງານຈາກຜູ້ເສຍຫາຍວ່າມີກຸ່ມແກ້ງລັກລົດຈັກ 1 ຄັນຢູ່ບ້ານ ນາທົ່ມ ເມືອງໄຊທານີ ແລ້ວຫລົບໜີມາເຂດບ້ານເມືອງນ້ອຍ ດັ່ງນັ້ນ ປກສ ກຸ່ມໂນນຫວາຍ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງຕິດຕາມກວດກາເກັບກຳຂໍ້ມູນ ຈົນສາມາດກັກຕົວເປົ້າໝາຍໄດ້ ໃນວັນທີ 18 ພຶດສະພາ 2023 ຈຳນວນ 2 ຄົນຄື: ທ້າວ ປ່ຽງບຸນ ອາຍຸ 19 ປີ ຢູ່ບ້ານເມືອງນ້ອຍ ເມືອງໄຊເຊດຖາ, ແລະ ທ້າວ ບຸນຄ້ຳ ອາຍຸ 15 ປີ ຢູ່ບ້ານນາທົ່ມ ເມືອງໄຊທານີ  ນະຄອນຫລວງວຽງຈັນ ພ້ອມເກັບກູ້ລົດຈັກຂອງກາງ 6 ຄັນ ທີ່ພວກກ່ຽວໄດ້ຊຸກເຊື່ອງໄວ້ ຜ່ານການສອບສວນເບື້ອງຕົ້ນ ພວກກ່ຽວທັງສອງຍອມຮັບສາລະພາບວ່າ: ຜ່ານມາເຄີຍພາກັນລັກລົດຈັກມາແລ້ວຫລາຍຄັ້ງ ລັກລົດຈັກໄດ້ 31 ຄັນ.

ປັດຈຸບັນ ປກສ ໂນນຫວາຍໄດ້ສົ່ງມອບຕົວທັງສອງຄົນໃຫ້ກອງຄະດີເມືອງໄຊເຊດຖາສືບສວນສອບສວນຕໍ່ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.