ລາວ-ຮົງກາຣີ ສຶກສາພື້ນຖານໂຄງການບໍາບັດນໍ້າເປື້ອນ ເພື່ອເປັນຂໍ້ມູນໃນການພັດທະນາຈັດການນ້ຳເປື້ອນໃນນະຄອນຫລວງວຽງຈັນ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມ ແລະ ເຮັດວຽກທາງການ ຢູ່ນະຄອນຫລວງບູດາແປສ ປະເທດຮົງກາຣີ ແຕ່ວັນທີ 16-18 ພຶດສະພາ 2023 ການເດີນທາງຢ້ຽມຢາມ ແລະ ເຮັດວຽກຄັ້ງດັ່ງກ່າວ ເປັນການປະກອບ ສ່ວນສໍາຄັນໃນການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ລາວ-ຮົງກາຣື ກໍຄື ນະຄອນຫລວງວຽງຈັນ ແລະ ນະຄອນຫລວງບູດາແປສ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.

ສໍາລັບການຢ້ຽມຢາມຂອງຄະນະຜູ້ແທນໃນຄັ້ງນີ້ ໃນວັນທີ 16 ພຶດສະພາ 2023 ໄດ້ມີການພົບປະສອງຝ່າຍກັບຄະນະ ນະ ຄອນຫລວງບູດາ ແປສ ໂດຍມີ ທ່ານ Gergely Karacsony ເຈົ້າຄອງນະຄອນຫລວງບູດາແປສ ພ້ອມດ້ວຍຄະນະໃຫ້ການ ຕ້ອນຮັບ ເຊິ່ງໃນການພົບປະສອງ ຝ່າຍໄດ້ທົບທວນຄືນການປະຕິບັດການຮ່ວມມືຂອງສອງນະຄອນຫລວງຄືນະ ຄອນຫລວງວຽງຈັນ ສປປ ລາວ ແລະ ນະຄອນຫລວງບູດາແປສ ແລະ ປຶກສາທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ໃນວັນທີ 17 ພຶດສະພາ 2023 ຄະນະໄດ້ທັດສະນະສຶກສາພື້ນຖານໂຄງການບໍາບັດນໍ້າເປື້ອນຂອງນະຄອນຫລວງບູດາແປສ ໂດຍສະເພາະການ ຄຸ້ມຄອງການດໍາເນີນການຈັດການຂອງບັນດາຫົວໜ່ວຍກົງຈັກການຈັດຕັ້ງຂອງ ນະຄອນຫລວງບູດາແປສ ທີ່ກ່ຽວຂ້ອງເພື່ອເປັນຂໍ້ມູນໃນການພັດທະນາລະບົບຄຸ້ມຄອງບໍລິຫານຈັດການນໍ້າເປື້ອນໃນນະຄອນຫຼວງວຽງຈັນໃຫ້ດີຂຶ້ນ.

ໃນວັນທີ 18 ພຶດສະພາ 2023 ເຄື່ອນໄຫວພົບປະສອງຝ່າຍຮ່ວມກັບກະຊວງການຕ່າງປະເທດ ແລະ ການຄ້າຮົງກາຣີເພື່ອ ປຶກສາຂອບການຮ່ວມມືສອງຝ່າຍ ໂດຍມື ທ່ານ Menczer Tamas ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການ ຄ້າຮົງກາຣີພ້ອມດ້ວຍຄະນະໃຫ້ ການຕ້ອນຮັບ.

ທີ່ມາ: ໜັງສືພິມວຽງຈັນໃໝ່