ອັດຕະປືເຫັນດີໃຫ້ປັບຂຶ້ນລາຄານໍ້າດື່ມຕຸກໃຫຍ່ 20 ລິດຈາກ 6.000 ກີບ ເປັນ 8.000 ກີບ/ຕຸກ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື ອອກແຈ້ງການເຖິງຫ້ອງການອຸດສາຫະກໍາ ແລະ ການຄ້າ 5 ຕົວເມືອງ ເລື່ອງການປັບລາຄາຜະລິດຕະພັນ ປະເພດນໍ້າດື່ມຕຸກ 20 ລິດ ວ່າ:

ພະແນກອຸດສາຫະກຳ ແລະ ການຄ້າ ເຫັນດີໃຫ້ຜູ້ປະກອບການກ່ຽວກັບປະເພດຜະລິດຕະ ພັນນໍ້າດື່ມທົ່ວແຂວງອັດຕະປື,ເພີ່ມລາຄາຈາກຕຸກ 6.000ກີບ/ຕຸກ, ຂື້ນມາເປັນ ຕຸກ 8.000ກີບ/ຕຸກ. ( ເພີ້ມ 2.000ກີບ/ຕຸກ ), ເນື່ອງຈາກວ່າ: ຄ່າແຮງງານ, ຄ່າກະແສໄຟຟ້າເພີ່ມຂຶ້ນ, ເຮັດໃຫ້ຕົ້ນທືນການຜະລິດ ເພີ່ມຂຶ້ນ. ສະນັ້ນ, ເພື່ອເຮັດໃຫ້ການດໍາເນີນທຸລະກິດໃຫ້ມີຄວາມຍືນຍົງຄົງຕົວຢູ່ຕໍ່ໄປ.

ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທິງນີ້ດ້ວຍ.