ກະຊວງການເງິນ ມອບ-ໂອນ 13 ຫົວໜ່ວຍວິສາຫະກິດ ໃຫ້ແຂວງໄຊຍະບູລີ ຄຸ້ມຄອງ

ວັນທີ 12 ພຶດສະພາ 2023, ພິທີເຊັນບົດບັນທຶກ ມອບ-ຮັບ ການທົດລອງຫັນຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ ມອບໃຫ້ແຂວງຈັດຕັ້ງປະຕິບັດ ປີ 2023 ລະຫວ່າງ ກະຊວງການເງິນ ແລະ ແຂວງໄຊຍະບູລີ ໂດຍການເປັນປະທານຮ່ວມ ແລະ ສັກຂີພະຍານ ຂອງທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆໄຊຍະບູລີ. ຕາງໜ້າເຊັນບົດບັນທຶກຄັ້ງນີ້ ທ່ານ ສົມບູນ ອິນຖະປັດຖາ ຫົວໜ້າຫ້ອງການ ກະຊວງການເງິນ ແລະ ທ່ານ ພອນສະຫວັນ ໄຊສົມພັນ ຫົວໜ້າຫ້ອງວ່າການ ແຂວງໄຊຍະບູລີ
ອີງຕາມ ຂໍ້ຕົກລົງວ່າດ້ວຍການເຮັດທົດລອງມອບຫົວໜ່ວຍວິສາຫະກິດໃຫ້ 09 ແຂວງຄຸ້ມຄອງ ປີ 2023 ສະບັບເລກທີ 0698/ກງ, ລົງວັນທີ 10 ມີນາ 2023; ກະຊວງການເງິນ ແລະ ແຂວງໄຊຍະບູລີ ເຫັນດີເປັນເອກະພາບ ມອບ-ຮັບ ການທົດລອງຫັນຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງໃນໄລຍະຜ່ານມາ ໃຫ້ ແຂວງໄຊຍະບູລີ ສືບຕໍ່ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ໃນປີ 2023 ເພື່ອສ້າງຄວາມເຂັ້ມແຂງໃຫ້ ແຂວງໄຊຍະບູລີ ກ້າວໄປເປັນກຸ້ມຕົນເອງ ແລະ ເກີນດຸນໃນຕໍ່ໜ້າ; ໃນນັ້ນ, ປະກອບດ້ວຍ 13 ຫົວໜ່ວຍວິສາຫະກິດ ຄື: ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ບໍລິສັດ ITALIAN THAI HONGSACO.LTD, ບໍລິສັດ ພູໄຟມາຍນິງ ຈໍາກັດ, ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ, ບໍລິສັດ SAHAKOL EQUIPMENT PUBL, ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ, ບໍລິສັດ ເມືອງເງິນ ເອັນເຕີພຣາຍ ຈໍາກັດ, ບໍລິສັດ ເອັມພີຈີ ມາຍນິງ ຈໍາກັດ, ບໍລິສັດ ຊີເນັກ(ລາວ) ຈໍາກັດ, ບໍລິສັດ ນໍ້າພູນ ພາວເວີ ຈໍາກັດ, ບໍລິສັດ ມໍລະກົດເຢນຊຽນ ບໍ່ແຮ່ ຈໍາກັດ, ບໍລິສັດ ທີທີ ພາວເວີ ໂຕໂທ່ ຈໍາກັດຜູ້ດຽວ ແລະ ບໍລິສັດ ທີທີ ພາວເວີ 45 ຈໍາກັດຜູ້ດຽວ. ລວມເປັນມູນຄ່າ 272 ຕື້ກວ່າກີບ (ອີງຕາມຖານຂໍ້ມູນ ປີ 2023).

