ເຈົ້າໜ້າທີ່ສັນນິຖານເບື້ອງຕົ້ນ ກ່ຽວກັບອຸບັດເຫດຢູ່ 5 ແຍກດົງຈອງ

ວັນທີ 16 ພຶດສະພາ 2023 ນີ້, ທ່ານ ພັທ ເດດລືຊາ ໄຊຍະສານ ຮອງພະແນກຈະລາຈອນນະຄອນຫລວງວຽງຈັນ ລາຍງານຜ່ານລາຍການຂັບຂີ່ປອດໄພ ກ່ຽວກັບອຸບັດເຫດ ລົດບັນທຸກຢຽບລົດຈັກ ຢູ່ 5 ແຍກດົງຈອງ ວ່າ: ເວລາ 11:40 ໂມງ ຂອງວັນທີ 9 ພຶດສະພາ 2023 ຜ່ານມາ ເກີດອຸບັດເຫດ ຢູ່ບ້ານ ແສງສະຫວ່າງ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່, ຈາກການລົງເກັບກຳຂໍ້ມູນຂອງເຈົ້້າໜ້າທີ່ພົບຮ່ອງຮອຍຫລັກຖານຢູ່ໜ້າທາງກ່ອນລົດບັນທຸກຈະຢຽບລົດຈັກ ແມ່ນລົດຈັກລົ້ມ ປະມານ 10 ກວ່າແມັດ ຈຶ່ງເຂົ້າຕີນລົດບັນທຸກ, ຈາກການສັນນິຖານເບື້ອງຕົ້ນ ການໃຊ້ຄວາມໄວຂອງຜູ້ຂັບຂີ່ລົດຈັກອາດມີສ່ວນ ເຮັດໃຫ້ຜູ້ຂັບຂີ່ລົດຈັກຕົກຄະມ່າ ອັນໃດໜຶ່ງ ເຮັດໃຫ້ຕົກໃຈ ຫລົງກຳເບກໜ້າ ແລ້ວເຮັດໃຫ້ລົດເສຍຫລັກລົ້ມເອງ ກໍອາດເປັນໄປໄດ້ ສ່ວນລາຍລະອຽດເພີ່ມເຕີມທາງເຈົ້າໜ້າທີ່ກຳລັງກວດຫາສາເຫດທີ່ແທ້ຈິງ.