ລາວ-ອົດສະຕຣາລີ ລົງນາມຂໍ້ຕົກລົງເພີ່ມເຕີມວ່າດ້ວຍ ໂຄງການຮ່ວມມືເພື່ອການພັດທະນາ ພະລັງງານແບບຍືນຍົງ

ວັນທີ 15 ພຶດສະພາ 2023 ຜ່ານມາ, ໄດ້ມີພິທີລົງນາມ ຂໍ້ຕົກລົງເພີ່ມເຕີມ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ອົດສະຕຣາລີ ວ່າດ້ວຍ ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາ ພະລັງງານແບບຍືນຍົງ ລະຫວ່າງ ທ່ານ ໂພໄຊ ໄຊຍະສອນ ແລະ ທ່ານ ນາງ ເພັນນີ ວອງ ໂດຍມີທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ກ່າວວ່າ: ໂຄງການ ຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາ ພະລັງງານແບບຍືນຍົງມີຈຸດປະສົງເພື່ອຕອບສະໜອງຄວາມຕ້ອງການດ້ານການພັດທະນາ ໂດຍ ສະເພາະດ້ານການພັດທະນາພະລັງງານທົດແທນແບບ ຍືນຍົງຢູ່ ສປປ ລາວ ໂຄງການດັ່ງກ່າວຈະໃຫ້ການຊ່ວຍເຫຼືອ ດ້ານວິຊາການແນໃສ່ເພື່ອສ້າງຄວາມເຂັ້ມແຂງ ແລະ ເສີມສ້າງ ຄວາມເຂົ້າໃຈໃນ ດ້ານວຽກງານການວາງແຜນນະໂຍບາຍ ຂອງຂະແໜງພະລັງງານໃຫ້ດີຂຶ້ນ.
ທ່ານ ໂພລ ແຄລລີ ລັດຖະມົນຕີກະຊວງການຕ່າງປະເທດອົດສະຕຣາລີ ກ່າວວ່າ: ສປປ ລາວ ແລະ ອົດສະຕຣາລີ ພວມຫັນປ່ຽນດ້ານພະລັງງານເພື່ອຊຸກຍູ້ການເຕີບໃຫຍ່ຂະຫຍາຍຕົວດ້ານເສດຖະກິດ ແລະ ສ້າງຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າ ອາກາດຢູ່ອົດສະຕຣາລີ ແຕ່ນີ້ຮອດປີ 2030 ພວກເຮົາພວມຫັນປ່ຽນຂະແໜງໄຟຟ້າໂດຍມີຄາດໝາຍທີ່ຈະນໍາໃຊ້ໄຟຟ້າຈາກພະລັງງານທົດແທນໃຫ້ໄດ້ເປັນ ອັດຕາສ່ວນ 82% ພວກເຮົາມີ ປະສົບການຫຼາຍໃນດ້ານນີ້ ທີ່ສາມາດແບ່ງປັນເຊັ່ນ: ດ້ານການວາງແຜນພະລັງງານ ແລະ ເຕັກໂນໂລຊີ ທີ່ຊ່ວຍຫລຸດຜ່ອນການປ່ອຍອາຍພິດກາກບອນເພື່ອສະໜັບສະໜູນເປົ້າໝາຍດ້ານພະລັງງານທີ່ວາງໄວ້ຂອງ ສປປ ລາວ.
ໂດຍຜ່ານໂຄງການດ້ານພື້ນຖານໂຄງລ່າງ (P4I) ຂອງອົດສະຕຣາລີ ໜ່ວຍງານດັ່ງກ່າວຈະຈັດຕັ້ງປະຕິບັດ ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການ ພັດທະນາພະລັງງານແບບຍືນຍົງ ໂດຍການຮ່ວມມືກັບກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ຄາດວ່າງົບປະມານໄລຍະເບື້ອງຕົ້ນຂອງໂຄງການນີ້ 3 ລ້ານໂດລາອົດສະຕຣາລີ ຫຼື ປະມານ 2 ລ້ານໂດລາ ສະຫະລັດ.
ໂຄງການໄດ້ຈັດຕັ້ງປະຕິບັດບາງກິດຈະກໍາເບື້ອງຕົ້ນ ໂດຍສືບເນື່ອງຈາການຮ່ວມມືອັນຍາວນານ ທັງເປັນ ການສ້າງພື້ນຖານທີ່ ເຂັ້ມ ແຂງສໍາລັບການຮ່ວມໃນ ໂຄງການນີ້ ທັງເປັນການສະທ້ອນໃຫ້ເຫັນຄໍາຫມັ້ນ ສັນຍາຂອງພວກເຮົາທີ່ມີຮ່ວມກັນຕໍ່ການປ່ຽນແປງ ດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ ການ ໄປຢ້ຽມຢາມອົດສະຕຣາລີເມື່ອບໍ່ດົນນີ້ ແລະ ການ ເຮັດບົດສຶກສາຄົ້ນຄວ້າທີ່ກໍາລັງດໍາເນີນຢູ່ ຕໍ່ທ່າແຮງ ໃນການພັດທະນາອຸດສະຫະກໍາໄຮໂດຣເຈນຂອງ ສປປ ລາວ ໃນປີ 2022 ພວກເຮົາ ໄດ້ຈັດກອງປະຊຸມໂຕະມົນດ້ານພະລັງງານ ລະຫວ່າງກະຊວງ ພະລັງງານ ແລະ ບໍ່ແຮ່ ສປປ ລາວ ກັບໜ່ວຍງານ ຄຸ້ມຄອງພະລັງງານຂອງອົດສະຕຣາລີ ລວມເຖິງການໄປຢ້ຽມຢາມປະເທດໄທ ໃນຫົວຂໍ້ກ່ຽວກັບການພັດ ທະນາພະລັງງານແບບຍືນຍົງ ນອກນີ້ໂຄງການດັ່ງ ກ່າວຍັງໄດ້ສະຫນັບສະໜູນມະຫາວິທະຍາໄລແຫ່ງຊາດອົດສະຕຣາລີ ໃນການຈັດການເຝິກອົບຮົມ ໄລຍະສັ້ນໃຫ້ພະນັກງານພາກລັດຂອງ ສປປ ລາວ ໃນຫົວຂໍ້ກ່ຽວກັບການເຊື່ອມໂຍງຕາຂ່າຍໄຟຟ້າຂອງ ພະລັງງານທົດແທນ ກ້າວໄປສູ່ການເປັນປະທານອາ ຊຽນ ປີ 2024 ຂອງ ສປປ ລາວ ໂຄງການຮ່ວມມືລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ ຈະຊ່ວຍເສີມສ້າງຄໍາໝັ້ນສັນຍາທີ່ມີຢູ່ຮ່ວມກັນຂອງສອງປະເທດຂອງພວກເຮົາ ເພື່ອສະໜັບສະໜູນວາລະພະລັງງານສະອາດ ແລະ ດິນຟ້າອາກາດຂອງອາຊຽນ.

