ແມນຢູ ກຽມຮື້ແຜນຫວນຄືນດຶງ ຣາບີໂອ ຮ່ວມທີມ

ແມນເຊສເຕີ ຢູໄນເຕັດ ຍັງບໍ່ຕັດໃຈ ເມື່ອຫວນຄືນແຜນກັບໄປລ່າຕົວ ອາດຣຽງ ຣາບ່ີໂອ ກອງກາງຊາວຝຣັ່ງຂອງສະໂມສອນ ຢູເວນຕຸສ ມາຮ່ວມທີມໃນລະດູການນີ້.
ແມນເຊສເຕີ ຢູໄນເຕັດ ເຄີຍພະຍາຍາມໃຫ້ຄວາມສົນໃຈ ຣາບີໂອ ມາຮ່ວມທີມແລ້ວຄັ້ງຫນຶ່ງເມື່ອລະດູການກ່ອນ ແຕ່ກໍຕ້ອງຍົກເລີກ ເມື່ອ ເວໂຣນິກ ແມ່ ແລະ ໂຕແທນຂອງ ດາວຍິງອາຍຸ 28 ປີ ຮຽກຮ້ອງຄ່າເມື່ອຍມະຫາສານເຖິງ 10 ລ້ານຢູໂຣ/ປີ.
ນອກຈາກ ແມນຢູ ພ້ອມຈ່າຍຄ່າເມື່ອຍໃຫ້ກັບ ຣາບີໂອ ຕາມທີ່ລາວຕ້ອງການນຳອີກ ເນື່ອງຈາກພວກເຂົາບໍ່ຈຳເປັນຕ້ອງຈ່າຍຄ່າຕົວຂອງ ອະດີດດາວເຕະ ປາຣີສ ແຊັງ ແຊັກແຊັກແມັງ ທີ່ພວມຈະຫມົດສັນຍາໃນຖິ່ນ ອັລລີອັນ ສະເຕດຽມ ຫລັງຈົບລະດູການນີ້ນັ້ນ.

