ປະດັບຫລຽນໄຊພິລະອາດຫານ ໃຫ້ ຄະນະກຳມະການ ປກຊ-ປກສ ແຂວງຄໍາມ່ວນ

ວັນທີ 15 ພຶດສະພາ 2023 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ປະດັບຫລຽນໄຊພິລະອາດຫານ ໃຫ້ຄະນະກຳມະການ ປກຊ-ປກສ ແຂວງຄໍາມ່ວນ ແລະ ບັນດາສະຫາຍທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄໍາມ່ວນ, ປະທານຄະນະກໍາມະການ ປກຊ-ປກສ ແຂວງ ພ້ອມດ້ວຍ ພະນັກງານຫລັກແຫລ່ງ ກອງບັນຊາການທະຫານແຂວງ, ປກສ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນນີ້, ປະດັບຫລຽນໄຊພິລະອາດຫານຊັ້ນ I ຈໍານວນ 3 ສະຫາຍ, ຫລຽນໄຊພິລະອາດຫານຊັ້ນ II ຈຳນວນ 13 ສະຫາຍ ແລະ ຫລຽນໄຊພິລະອາດຫານຊັ້ນ III ຈໍານວນ 12 ສະຫາຍ.
ໃນພິທີ, ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງຄໍາມ່ວນ, ຮອງປະທານຄະນະກຳມະການ ປກຊ-ປກສ ແຂວງ ໄດ້ລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ໃນໄລຍະຜ່ານມາ, ເຊິ່ງຄະນະກໍາມະການ ປກຊ-ປກສ ໄດ້ເປັນເຈົ້າການໃນທຸກດ້ານ ໂດຍສະເພາະ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກ ງານທົ່ວແຂວງ ມີແນວຄິດໜັກແໜ້ນເຂັ້ມແຂງ ເພື່ອເຮັດໃຫ້ພາຍໃນແຂວງມີຄວາມສະຫງົບ ໃນນີ້ໄດ້ຫັນເອົາກໍາລັງລົງກໍ່ສ້າງຮາກຖານ ປະຊາຊົນໃຫ້ມີຄວາມສະຫງົບ ເພື່ອນໍາພາພໍ່ແມ່ປະຊາຊົນ ສ້າງສາພັດ ທະນາຄອບຄົວ, ແກ້ໄຂຊີວິດການເປັນຢູ່ນັບມື້ດີຂຶ້ນເທື່ອລະກ້າວ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດ ວາງອອກມາຈັດຕັ້ງປະຕິບັດ. ປັດຈຸບັນ, ແຂວງຄໍາມ່ວນ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ສະພາບເສດຖະກິດທົ່ວແຂວງ ມີທ່າຂະຫຍາຍຕົວຂຶ້ນເທື່ອລະກ້າວ, ພ້ອມທັງໄດ້ຈັດຕັ້ງປະຕິບັດວຽກງານ ພົວພັນຮ່ວມມືກັບສາກົນ ຕາມແນວທາງຂອງພັກຕະ ຫລອດມາ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ໄດ້ເນັ້ນໃຫ້ຄະນະນໍາແຂວງ, ຄະນະກໍາມະການ ປກຊ-ປກສ ແຂວງ, ຄະນະພັກ, ຄະນະບັນຊາທຸກຂັ້ນ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ ນໍາພາແນວຄິດໃຫ້ພະນັກງານ ມີແນວຄິດການເມືອງໜັກແໜ້ນເຂັ້ມແຂງທຸກດ້ານ, ຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງ, ສືບຕໍ່ເສີມຂະຫຍາຍມູນເຊື້ອຜົນງານທີ່ຍາດມາໄດ້ໃນຜ່ານມາ. ພ້ອມນັ້ນ, ໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ນໍາເອົາແນວທາງນະໂຍບາຍຂອງພັກ-ລັດ ລົງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ແນວທາງປ່ຽນແປງໃໝ່ ໂດຍສະເພາະວຽກງານ 3 ສ້າງ ລົງສູ່ຮາກຖານ ໃຫ້ປະກົດຜົນເປັນຈິງຕາມແຜນການທີ່ວາງໄວ້.
อาจเป็นรูปภาพของ 7 คน และ ข้อความ