ວັນທີ 12 ພຶດສະພາ 2023 ຜ່ານມາ, ທີ່ພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫົວພັນ ໄດ້ມີພິທີມອບ-ຮັບອຸປະກອນຊຸດໂທລະໂຄ່ງ 60 ຊຸດ, ມອບໃຫ້ 7 ເມືອງ ຂອງແຂວງຫົວພັນ. ຕາງໜ້າມອບໂດຍ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ແລະ ຕາງໜ້າຮັບໂດຍທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງໆຫົວພັນ, ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທຳ-ສັງຄົມຂັ້ນແຂວງ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ ຖວທ 7 ເມືອງເປົ້າໝາຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອຸປະກອນຊຸດໂທລະໂຄ່ງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ດອກປາກເລີ 240 ຊຸດ, ສາຍໂທລະໂຄ່ງ 120 ກໍ້ (24.000ແມັດ), ໄມໂຄໂຟນ 60 ອັນ, ປັກສຽບໄຟຟ້າ 60 ອັນ, ຢູເອັສບີ 32 ກິກ 60 ອັນ, ເຄື່ຶອງຮັບສັນຍານວິທະຍຸ 60 ເຄື່ອງ, ຈານຮັບດາວທຽມ ສຳລັບຮັບສັນຍານວິທະຍຸ 60 ຊຸດ ແລະ ອຸປະກອນເສີມອີກຈໍານວນໜຶ່ງ ເພື່ອນຳໄປຕິດຕັ້ງໃຫ້ 59 ບ້ານ ແລະ 1 ຫ້ອງການ ຄື: ເມືອງຊໍາເໜືອ 9 ບ້ານ, ເມືອງວຽງໄຊ 11 ບ້ານ, ເມືອງຊໍາໃຕ້ 9 ບ້ານ, ເມືຶອງກວັນ 8 ບ້ານ, ເມືອງຫົວເມືອງ 6 ບ້ານ, ເມືອງຮ້ຽມ 7 ບ້ານ, ເມືອງແອດ 9 ບ້ານ ແລະ ຫ້ອງການ ຖວທ ເມືອງຮ້ຽມ 1 ຊຸດ.
ໂອກາດດຽວກັນນີ້, ຍັງໄດ້ຈັດຝືກອົບຮົມ ກ່ຽວກັບຄວາມຮູ້ພື້ນຖານ ດ້ານເຕັກນິກການຕິດຕັ້ງໂທລະໂຄ່ງ, ການຕິດຕັ້ງຈານດາວທຽມ, ການນຳໃຊ້ອຸປະກອນ, ການບໍາລຸງຮັກສາຢ່າງຖືກຕ້ອງ ໃຫ້ແກ່ພະນັກງານວິຊາການເຕັກນິກຂັ້ນແຂວງ ແລະ 7 ເມືອງເປົ້າໝາຍ ເພື່ອນຳໄປຕິດຕັ້ງ ແລະ ແຈກຢາຍ ໃຫ້ບັນດາບ້ານເປົ້າໝາຍໃນຂັ້ນຕໍ່ໄປຕື່ມອີກ.