ແຂວງບໍ່ແກ້ວ ພົບຢາໄອສ໌ ຈຳນວນ 150 ຫໍ່ ສ່ວນຄົນຂັບລົດເອົາຕົວຫລົບໜີ

ປກສ ແຂວງບໍ່ແກ້ວລາຍງານວ່າ: ວັນທີ 11 ພຶດສະພາ 2023 ຜ່ານມາ, ເຈົ້າໜ້າທີ່ໄດ້ລົງຕັ້ງດ່ານກວດກາຕາມປົກກະຕິແຕ່ມີລົດຮຸນໄດຄັນ 1 ບໍ່ມີປ້າຍທະບຽນ ແລ່ນມາດ້ວຍຄວາມໄວ ຈາກທາງຫ້ວຍຊາຍ ມຸ່ງໜ້າລົງໄປທາງບ້ານດ່ານ, ເມືອງ ຫ້ວຍຊາຍ, ເຈົ້າໜ້າທີ່ໄດ້ຮຽກເພື່ອກວດຫາ ແຕ່ລົດຄັນດັ່ງກ່າວບໍ່ຍອມຈອດ ແລ້ວແລ່ນກາຍຈຸດກວດກາດ້ວຍຄວາມໄວ, ດັ່ງນັ້ນ, ຈຶ່ງໄດ້ຂີ່ລົດນຳລົດຮຸນໄດຄັນດັ່ງກ່າວ ປະມານ 2 ຫຼັກ ຈຶ່ງພົບເຫັນລົດຄັນດັ່ງກ່າວເກີດອຸບັດເຫດຫລຸດໂຄ້ງ ຕົກຮ່ອງຂ້າງທາງ, ສະພາບລົດໄຂປະຕູເບື້ອງຄົນຂັບປະໄວ້, ແຕ່ບໍ່ເຫັນຜູ້ຂັບຂີ່ ພ້ອມກວດກາລົດພົບວ່າມີເປົາລາຍຢູ່ທາງຫຼັງກະບະລົດ 2 ເປົາ , ເປົາຢູ່ໃນຫ້ອງຄົນຂັບ 6 ເປົາ ແລະ ບາໂຫຼ້ ທະຫານ 2 ໜ່ວຍ, ລວມທັງໝົດ 8 ເປົາ, 2 ບາໂຫຼ.
ຜ່ານການກວດສອບຕົວຈິງ ພົບວ່າເປົາດັ່ງກ່າວ ແມ່ນຢາເສບຕິດ ປະເພດ ຢາໄອສ໌ ຈຳນວນ 150 ຫໍ່, ຈຶ່ງໄດ້ຢຶດຢາເສບຕິດ ພ້ອມກັບລົດຮຸນໄດໃຊ້ຂົນສົ່ງຢາເສບຕິດໄວ້ເປັນຂອງກາງແລ້ວສົ່ງມອບ ໃຫ້ພະແນກສະກັດກັ້ນ ແລະ ຕ້ານ ຢາເສບຕິດ ປກສ ແຂວງ ບໍ່ແກ້ວ ໄປເກັບຮັກສາ ແລະ ສືບຕໍ່ດຳເນີນຄະດີ ເພື່່ອຊອກຫາຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ.