ກອງປະຊຸມສຸດຍອດຈີນ-ອາຊຽນຄັ້ງທີ 9 ວ່າດ້ວຍການຮ່ວມມືດ້ານການເງິນ ແລະ ການພັດທະນາ
ກອງປະຊຸມສຸດຍອດຈີນ-ອາຊຽນຄັ້ງທີ 9 ວ່າດ້ວຍການຮ່ວມມືທາງດ້ານການເງິນ ແລະ ການພັດທະນາ, ໄດ້ຈັດຂຶ້ນໃນວັນທີ 13 ກັນຍານີ້ທີ່ນະຄອນໜານໜິງແຂວງກວາງຊີ ສປຈີນ, ໂດຍຜູ້ຕາງໜ້າຈາກທະນາຄານ 10 ປະເທດອາຊຽນ ແລະ ສປຈີນ ເຂົ້າຮ່ວມ, ຄະນະຜູ້ແທນຝ່າຍລາວນຳໂດຍທ່ານ ນະ ຈັນຕະລິວົງ ຜູ້ຊ່ວຍຜູ້ວ່າການທະນະຄານແຫ່ງ ສປປ ລາວ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ບັນດາຜູ້ຕາງໜ້າຈາກທະນາຄານຈາກ 10 ປະເທດອາຊຽນໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານການທະນາຄານຂອງຕົນ, ໂດຍສະເພາະເນັ້ນໃສ່ວຽກງານການຮ່ວມມືດ້ານການເງິນ ແລະ ການພັດທະນາ. ທັງນີ້, ກໍເພື່ອແນໃສ່ຊຸກຍູ້ສົ່ງເສີມວຽກງານການຮ່ວມມືລະຫວ່າງທະນາຄານອາຊຽນ ແລະ ສປຈີນ ໃຫ້ຫລາຍຂຶ້ນ.
ໂອກາດດັ່ງກ່າວ, ທ່ານ ນະ ຈັນຕະລິວົງ ໄດ້ລາຍງານວ່າ: ໃນການຈັດຕັ້ງປະຕິບັດວ່າດ້ວຍການຮ່ວມມືທາງດ້ານການເງິນ ແລະ ການພັດທະນາເສດຖະກິດ, ໂດຍສະເພາະແມ່ນການສົ່ງເສີມແຜນງານໜຶ່ງແລວທາງໜຶ່ງເສັ້ນທາງ, ທະນາຄານ ສປປ ລາວ ໄດ້ມີການປະກອບສ່ວນຢ່າງຂະຫຍັນຂັນແຂງ ເພື່ອແນໃສ່ເຊື່ອມຈອດລະຫວ່າງຈີນ-ອາຊຽນ. ສຳລັບການຈັດຕັ້ງປະຕິບັດ ປັດຈຸບັນຢູ່ລາວ ໄດ້ມີທະນາຄານຫລາຍແຫ່ງ, ໃນນັ້ນມີທະນາຄານລາວ-ຈີນ, ທະນາຄານແຫ່ງ ສປຈີນ ແລະ ທະນາຄານ ICBC ໄດ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວດ້ວຍຄວາມຕັ້ງໜ້າ.

