ຫລວງພະບາງ ເນັ້ນໃຫ້ ຂະແໜງຄຸ້ມຄອງມໍລະດົກໂລກ ຈັດສັນຄວາມເປັນເອກະພາບຕາມຫລັກການທີ່ໄດ້ກຳນົດໄວ້ ແລະ ເຮັດວຽກຕ້ອງມີແບບແຜນ

ວັນທີ 11  ພຶດສະພາ 2023 ຜ່ານມາ, ທ່ານ ປອ ນາງ ສຸດາພອນ ຄົມທະວົງ  ຫົວໜ້າ ພະແນກ ຖວທ ແຂວງ ຫລວງພະບາງ ພ້ອມດ້ວຍຄະນະ ໄດ້ລົງ ເຄື່ອນໄຫວ ຊີ້ນໍາວຽກງານ ຢູ່ຂະແໜງ ຄຸ້ມຄອງ ມໍລະດົກໂລກ ພາຍຫຼັງທີ່ໄດ້ຍຸບ-ໂຮມເຂົ້າມາເປັນຂະແໜງໜຶ່ງທີ່ຂຶ້ນກັບພະແນກຖະແຫຼງຂ່າວ, ວັດທະນະ ທຳ ແລະທ່ອງທ່ຽວໃນຕົ້ນນີ້ ໂດຍການໃຫ້ກຽດຕ້ອນຮັບ ຂອງທ່ານ ແສງທອງ ລືຢ່າງ ຫົວໜ້າຂະແໜງຄຸ້ມຄອງ ມໍລະດົກໂລກ ຫລວງພະບາງ ພ້ອມດ້ວຍຄະນະ ແລະພະນັກງານວິຊາການພາຍໃນຂະແໜງ.

ໂອກາດທີ່ລົງເຮັດວຽກຄັ້ງນີ້ ທ່ານ ແສງທອງ ລືຢ່າງ  ລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງ ມໍລະດົກໂລກຫຼວງພະບາງໃຫ້ຮັບຊາບ ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຫຍຸ້ງຍາກ ໃນການປະສານງານຮ່ວມງານກັບພະແນກການທີ່ກ່ຽວຂ້ອງຢູ່ໃນຂອບເຂດມໍລະດົກໂລກ, ຈາກນັ້ນ ທ່ານ ນາງ ສຸດາພອນ ຄົມທະວົງ ໄດ້ມີຄໍາຖາມເຈາະຈີ້ມ ແລະ ໃຫ້ທິດຊີ້ນໍາບາງດ້ານທີ່ຕ້ອງໄດ້ເອົາໃຈໃສ່ເປັນຕົ້ນແມ່ນ ຄະນະພັກ, ຄະນະນຳ ແລະ ພະນັກງານຕ້ອງມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ການພັດທະນາ ແລະ ຄຸ້ມຄອງຕ້ອງເປັນເອກະພາບຕາມຫລັກການທີ່ໄດ້ກໍານົດໄວ້, ເອົາໃຈໃສ່ຂະຫຍາຍສ້າງມະຫາຊົນທີ່ກ້າວໜ້າເຂົ້າເປັນສະມາຊິກພັກໃຫ້ໄດ້ຫລາຍຂຶ້ນກວ່າເກົ່າ, ເພີ່ມທະວີການຮ່ວມມືທັງພາຍໃນ ແລະຕ່າງປະເທດ ເປັນຕົ້ນແມ່ນອົງການຈັດຕັ້ງສາກົນ  ແລະ ຄູ່ຮ່ວມພັດທະນາເພື່ອຂໍການສະໜັບສະໜູນ ມາພັດທະນາວຽກງານ ຄຸ້ມຄອງມໍລະດົກໂລກຫຼວງພະບາງ, ນອກນັ້ນການຈັດຕັ້ງປະຕິບັດວຽກງານຕ້ອງມີແບບແຜນ, ມີແຜນງານ, ແຜນເງິນທີ່ລະອຽດ ແລະຮັດກຸມຂຶ້ນຕື່ມ.