“3 ໜ້າທີ່, 12 ຂໍ້ປະຕິບັດ’’ ຂອງຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ວັນທີ 11 ພຶດສະພາ 2023, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມເປີດຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໂດຍມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຄະນະພັກ, ຄະນະນໍາ, ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວອົງການເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ເຜີຍແຜ່ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ ສະບັບເລກທີ 01/ກມສພ, ລົງວັນທີ 7 ມັງ ກອນ 2010 ພາຍໃຕ້ຄໍາຂວັນຮັກຊາດ ແລະ ພັດທະນາ; ລັດຖະດຳລັດປະທານປະເທດ ວ່າດ້ວຍການເປີດຂະບວນການແຂ່ງຂັນ-ຍ້ອງຍໍ ທົ່ວປະເທດໃນໄລຍະໃໝ່ ສະບັບເລກທີ 011/ປປທ, ລົງວັນທີ 20 ມັງກອນ 2010; ແຈ້ງການຂອງຄະນະຊີ້ນໍາລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ສະບັບເລກທີ 01/ຄຊຂຍ; ລົງວັນທີ 31 ຕຸລາ 2022; ຂໍ້ຕົກລົງຂອງຄະນະຊີ້ນຳການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງ ຄກສພ-ອກຫລ ສະບັບເລກທີ 87/ຄກສພ, ລົງວັນທີື 30 ມີນາ 2023 ວ່າດ້ວຍການຮັບຮອງເອົາເນື້ອໃນແຂ່ງຂັນ ແຕ່ນີ້ຮອດປີ 2026 “3 ໜ້າທີ່, 12 ຂໍ້ປະຕິບັດ’’ຄື:
1. ການປະຕິບັດໜ້າທີ່ການເມືອງ: ເຮັດວຽກບໍ່ຊ້າ, ແກ້ໄຂບັນຫາໄດ້ຫຼາຍ, ອະທິບາຍປະເດັນບັນຫາໃຫ້ຈະແຈ້ງ, ທຸກຂໍ້ລະແວງແກ້ຕົກ;
2. ການພັດທະນາຕົນເອງ: ຮຽນຮູ້ໄດ້ໄວ, ແກ້ໄຂຈຸດອ່ອນໄດ້ດີ, ໜີຫ່າງຄວາມຜິດພາດ, ບໍ່ປະມາດເວລາປະພຶດຕົນ;
3. ການປັບປຸງການຈັດຕັ້ງ: ລະບຽບການໜັກແໜ້ນ, ວາງແຜນມີຈຸດສຸມ, ຄຸມງານຈົນເກີດຜົນສຳເລັດ, ຄົນເຮັດດີຕ້ອງສົ່ງເສີມ ແລະ ຍ້ອງຍໍ; ຂໍ້ຕົກລົງຂອງຄະນະຊີ້ນຳລະດັບຊາດ ການແຂ່ງຂັນ-ຍ້ອງຍໍ ສະບັບເລກທີ 51/ຄຊຍຂ,​ ລົງວັນທີ 20 ຕຸລາ 2022, ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງ ຄກສພ-ອກຫລ; ຈາກນັ້ນບັນທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ,​ ຕາງໜ້າກົມ, ອົງການຈັດຕັ້ງມະຫາຊົນ ໄດ້ຂຶ້ນຈັບມືແຂ່ງຂັນຊຶ່ງກັນ ແລະ ກັນ.
ທ່ານ ຄຳພັນ ພົມມະທັດ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ໄດ້ເອົາໃຈໃສ່ໃນການຄົ້ນຄວ້າມາດຕະການຕ່າງໆພ້ອມທັງມີບາງຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນຳ ຕະຫຼອດຮອດສະມາຊິກພັກ-ພະນັກງານທົ່ວອົງການໂດຍໄດ້ເນັ້ນໃຫ້ ຄະພັກ, ຄະນະກົມ, ໜ່ວຍງານ, ອົງການຈັດຕັ້ງມະຫາຊົນກໍຄືແຕ່ລະບຸກຄົນໃຫ້ເອົາໃຈໃສ່ເບິ່ງວຽກຂອງຕົນເອງທີ່ໄດ້ຮັບຜິດຊອບ ແລະ ທຽບໃສ່ 3 ໜ້າທີ່ 12 ຂໍ້ປະຕິບັດ ທີ່ໄດ້ກໍານົດໄວ້ໃນເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ 3 ໜ້າທີ່ມີຫຍັງແນ່ທີ່ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດ, ວາງເປົ້າໝາຍ, ວາງຄາດໝາຍປະຕິບັດວຽກງານຕົວຈິງ, ຖືເປັນວຽກງານທີ່ຕ້ອງໄດ້ມີການຕິດຕາມ,​ ກວດກາຊຸກຍູ້ເປັນປະຈຳເລຂາຄະນະພັກ, ຄະນະປະຈຳ ແລະ ບັນດາສະຫາຍກຳມະການພັກຢູ່ແຕ່ລະກົມແຕ່ລະອົງການຈັດຕັ້ງຕ້ອງຕິດຕາມ, ກວດກາຊຸກຍູ້ເປັນປະຈຳເອົາການປະຊຸມເອົາການຊີ້ນຳເພື່ອປະເມີນ, ດັດແປງແກ້ໄຂໃຫ້ທັນການ ຖືເປັນເນື້ອໃນການຕີລາຄາປຶກສາຫາລືນຳພາຈັດຕັ້ງປະຕິບັດຂອງໜ່ວຍພັກ, ຫົວໜ່ວຍບໍລິຫານຕ່າງໆ, ເອົາຂໍ້ແຂ່ງຂັນແຕ່ລະເດືອນໄປປະເມີນຜັນຂະຫຍາຍວຽກງານຮອດໃສແມ່ນໃຫ້ປະເມີນຮອດບ່ອນນັ້ນ, ປຸກລະດົມສົ່ງເສີມວຽກດີຄົນເດັ່ນ, ມີການຈັດຕັ້ງຕີລາຄາສະຫຼຸບຕາມເນື້ອໃນວຽກງານທີ່ວາງອອກອີງຕາມເນື້ອໃນຄາດໝາຍທີ່ວາງໄວ້ເພື່ອໃຫ້ມີການພັດທະນາທີ່ດີຂຶ້ນກວ່າເກົ່າ.
อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ
ພາບຂ່າວ: ຄະນະກວດກາສູນກາງພັກ