ເອີລິງ ຮາແລນ ຄວ້າລາງວັນນັກເຕະດີເດັ່ນແຫ່ງປີນັກຂ່າວບານເຕະອັງກິດ

ເອີລິງ ຮາແລນ ກອງໜ້າ ແມນເຊສເຕີ ຊິຕີ ຄວ້າລາງວັນນັກເຕະດີເດັ່ນແຫ່ງປີຂອງສະມາຄົມນັກຂ່າວຂອງບານເຕະອັງກິດ (FWA) ໄປຄອງຫລັງລະເບີດຜົນງານດ້ວຍການຍິງໄປແລ້ວ 51 ປະຕູໃນລະດູການນີ້.

ສຳລັບ ຮາແລນ ສ້າງຜົນງານໄດ້ຢ່າງດີເດັ່ນຫລັງຍ້າຍມາຢູ່ກັບ ແມນເຊສເຕີ ຊິຕີ ເປັນລະດູການທຳອິດຫລັງປັດຈຸບັນລາວເຮັດໄປແລ້ວ 51 ປະຕູຈາກລົງສະໜາມ 47 ນັດທຸກລາຍການ ພ້ອມຊ່ວຍໃຫ້ທີມຍັງມີຫວັງຄວ້າ 3 ແຊ໊ມ ປະກອບດ້ວຍ ພຣີເມຍລີກ, ເອຟເອ ຄັບ ແລະ ຢູຟາ ແຊ໊ມປຽນ ລີກ ນອກຈາກນັ້ນຍັງທຳລາຍສະຖິຕິຍິງໃນພຣີເມຍລີກຕໍ່ຫນຶ່ງລະດູການໄດ້ຫລາຍທີ່ສຸດດ້ວຍຈຳນວນ 35 ປະຕູດ້ວຍ.

ຈາກຜົນງານທີ່ເກີດຂຶ້ນເຮັດໃຫ້ຫລ້າສຸດດາວເຕະອາຍຸ 22 ປີໄດ້ຮັບຄະແນນສຽງຢ່າງລົ້ນຫລາມໃຫ້ຄວາມຄວ້າລາງວັນນັກເຕະຊາຍດີເດ່ັນແຫ່ງປີ ຫລື ລະດູການ 2022-23 ຂອງສະມາຄົມນັກຂ່າວບານເຕະອັງກິດ (FWA) ໄປຄອງດ້ວຍຄະແນນສຽງກວ່າ 82% ເຊິ່ງເປັນຄະແນນທີ່ຫລາຍທີ່ສຸດໃນຍຸກຂອງພຣີເມຍລີກ.

ນອກຈາກນັ້ນ ຮາແລນ ຍັງເປັນນັກເຕະຂອງ ແມນຊິຕີ ທີ່ຄວ້າລາງວັນດັ່ງກ່າວໄປຄອງຕໍ່ຈາກ ຣູເບນ ດີອາສ ເມື່ອລະດູການ 2020-21.