ສອງກຸ່ມທະຫານຊູດັງເຫັນພ້ອມຮ່ວມປົກປ້ອງຊີວິດພົນລະເຮືອນ ແຕ່ບໍ່ຂໍຢຸດຍິງ

ວັນທີ 12 ພຶດສະພາ, ກອງທັບຊູດັງ ແລະ ກອງກໍາລັງເຄິ່ງທະຫານ Rapid Support Forces (RSF) ລະບຸວ່າ: ທັງສອງຝ່າຍເຫັນພ້ອມຈະປົກປ້ອງຊີວິດຂອງພົນລະເຮືອນ ລວມທັງການເປີດທາງໃຫ້ມີການຊ່ວຍເຫລືອດ້ານມະນຸດສະທໍາພາຍໃນປະເທດ. ແຕ່ຢ່າງໃດກໍຕາມ, ທັງສອງຝ່າຍຍັງບໍ່ໄດ້ເຮັດຂໍ້ຕົກລົງຢຸດຍິງຮອບໃໝ່ ແລະ ຍັງບໍ່ມີທ່າທີຈະສະຫງົບເສິກກັນໃນມໍ່ໆນີ້.

ຫລັງຈາກສົ່ງຜູ້ແທນໄປເຈລະຈາສັນຕິພາບຢູ່ເມືອງເຈດດາຂອງຊາອຸດິອາຣະບີ, ທັງສອງຝ່າຍໄດ້ລົງນາມໃນຖະແຫລງການວ່າ: ພວກເຂົາຈະຮ່ວມຫາລືເພີ່ມຕື່ມ ເພື່ອເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງໄລຍະສັ້ນໃນອະນາຄົດ, ແຕ່ເຖິງຢ່າງນັ້ນ ເຈົ້າໜ້າທີ່ລະດັບສູງຂອງກະຊວງການຕ່າງປະເທດອາເມລິກາກ່າວວ່າ: ທັງສອງຝ່າຍຍັງມີທ່າທີ “ຫ່າງເຫີນ” ກັນຢູ່.

ຖະແຫລງການທີ່ອອກມາຫລັງຈາກໄດ້ມີການເຈລະຈາສັນຕິພາບຮອບຫລ້າສຸດລະບຸວ່າ: ສອງກອງກໍາລັງທະຫານຊູດັງ “ມຸ້ງໝັ້ນຈະຈັດລໍາດັບຄວາມສໍາຄັນກ່ຽວກັບການຫາລືເເພື່ອເຮັດຂໍ້ຕົກລົງຢຸດຍິງໄລຍະສັ້ນ ເພື່ອເປັນການອໍານວຍຄວາມສະດວກໃນການສົ່ງມອບການຊ່ວຍເຫລືອດ້ານມະນຸດສະທໍາຢ່າງຮີບດ່ວນ”. ຂະນະທີ່ຄໍາຖະແຫລງຈາກກະຊວງຕ່າງປະເທດອາເມລິກາ ລະບຸວ່າ: ທັງສອງຝ່າຍຈະເນັ້ນໃສ່ການບັນລຸຂໍ້ຕົກລົງຢຸດຍິງຮອບໃໝ່ ເຊິ່ງຄາດວ່າຈະໃຊ້ເວລາປະມານ 10 ວັນ.

ສໍາລັບສະຖານະການສູ້ຮົບໃນວັນທີ 11 ພຶດສະພາ, ສໍານັກຂ່າວ Reuters ລາຍງານວ່າ: ສອງກຸ່ມທະຫານຍັງປະທະກັນຕໍ່ເນື່ອງ, ຂະນະທີ່ມີເຮືອບິນຮົບບິນຢູ່ເໜືອນະຄອນຫລວງຄາທູມ ລວມທັງເມືອງບາຣີ ແລະ ອອນດຸມານ ເຊິ່ງຢູ່ໃກ້ກັນ.

ຂໍ້ມູນຈາກອົງການອະນາໄມໂລກ (WHO) ລະບຸວ່າ: ນັບແຕ່ເຫດຮຸນແຮງເກີດຂຶ້ນໃນວັນທີ 15 ເມສາຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 600 ກວ່າຄົນ ແລະ ມີຜູ້ບາດເຈັບ 5.000 ກວ່າຄົນ. ຂະນະທີ່ມີປະຊາຊົນປະມານ 700.000 ຄົນຕ້ອງໜີຕາຍໄປບ່ອນອື່ນໆໃນປະເທດ, ສ່ວນຜູ້ທີ່ອົບພະຍົບອອກຈາກປະເທດມີປະມານ 150.000 ຄົນ.

ອ້າງອີງ:

https://www.reuters.com/…/sudans-rival-forces-agree…/