ປກສ ເມືອງ ປະທຸມພອນ ທຳລາຍປືນແກັບ 682 ກະບອກ ແລະ ເຄື່ອງມືຫາປາທີ່ຕ້ອງຫ້າມຈຳນວນໜຶ່ງ

ວັນທີ 12 ພຶດສະພາ 2023 ຢູ່ທີ່ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ປະທຸມພອນ ແຂວງ ຈຳປາສັກ, ໄດ້ຈັດພິທີທຳລາຍອາວຸດພື້ນເມືອງ ລ່າເນື້ອແລະ ເຄື່ອງມືຫາປາຕ້ອງຫ້າມ ທີ່ສາມາດເກັບກູ້ໄດ້ປະກອບມີ: ອາວຸດເສິກປະເພດປືນສັ້ນ 7 ກະບອກ, 4 ກະບອກໄດ້ນຳສົ່ງ ປກສ ແຂວງແລ້ວ, ອາວຸດພື້ນເມືອງປະເພດປືນແກັບ 682 ກະບອກ, ໝໍ້ຊ໊ອດ 40 ໜ່ວຍ.
ພິທີດັ່ງກ່າວ, ໂດຍການເຂົ້າຮ່ວທຳລາຍ ຂອງທ່ານ ວຽງສະໄໝ ສີລິພອນພັນ ເຈົ້າເມືອງປະທຸມພອນ, ທ່ານ ພັອ ບຸນອ່ຽງ ພັນວົງສາ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ຈຳປາສັກ, ທ່ານ ພັທ ບຸນຖອງ ວົງສະກຸນ ຫົວໜ້າກອງບັນຊາການປອ້ງກັນຄວາມສະຫງົບເມືອງພ້ອມຄະນະ.
ທ່ານ ພັທ ຄຳສິງ ວິວັນຄຳ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ລາຍງານການເກັບກູ້-ທຳລາຍອາວຸດພື້ນເມືອງ ແລະ ເຄື່ອງມືຫາປາທີ່ຕ້ອງຫ້າມ ເຊິ່ງຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໃລຍະທີ່ຜ່ານມາ: ຄະນະພັກ-ຄະນະກອງບັນຊາການປ້ອງກັນຄວາມສະຫງົບເມືອງໄດ້ສຸມໃສ່ວຽກງານຂື້ນບັນຊີເກັບກູ້ຄຸ້ມຄອງອາວຸດ, ວັດຖຸລະເບີດ ແລະ ເຄື່ອງມືຫາປາທີ່ຕ້ອງຫ້າມເປັນຕົ້ນແມ່ນອາວຸດເສີກ, ອາວຸດພື້ນເມືອງ, ວັດຖຸລະເບີດ, ໝໍ້ຊ໊ອດ, ໝໍ້ດູດ ແລະ ວັດຖຸອື່ນໆ ທີ່ເຫັນວ່າເປັນສິ່ງຕ້ອງຫ້າມ ແລະ ມີການລະເມືດຕໍ່ກົດໝາຍ ແລະ ລະບຽບການຕ່າງໆ. ຜ່ານມາສາມາດເກັບກູ້ໄດ້ດັ່ງນີ້: ອາວຸດເສິກປະເພດປືນສັ້ນ 7 ກະບອກ, 4 ກະບອກໄດ້ນຳສົ່ງ ປກສ ແຂວງແລ້ວ, ອາວຸດພື້ນເມືອງປະເພດປືນແກັບ 682 ກະບອກ, ໝໍ້ຊ໊ອດ 40 ໜ່ວຍ
