ຫວຽດນາມ ໄລ່ຕີສະເໝີ ໄທ 1-1 ກອດຄໍກັນ ຜ່ານເຂົ້າຮອບ 4 ທີມ ບານເຕະຊາຍ ຊີເກມ 2023

ທັບນັກເຕະທີມຊາດຫວຽດນາມ ຮຸ່ນອາຍຸບໍ່ເກີນ 22 ປີ ຫລື U-22 ຍັງເປັນທີມທີ່ລົ້ມຍາກ ຫລັງຖືກທີມຊາດໄທ ຂຶ້ນນຳໄປກ່ອນ ແຕ່ສຸດທ້າຍສາມາດໄລ່ຕີສະເໝີໄດ້ 1-1 ເກັບເພີ່ມເປັນ 10 ຄະແນນ ເທົ່າກັບໄທ ກອດຄໍກັນຜ່ານເຂົ້າສູ່ຮອບຮອງຊະນະເລີດ 4 ທີມສຸດທ້າຍ ໄດ້ສຳເລັດ ໃນການແຂ່ງຂັນເຕະບານຊາຍ ງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ.

ສຳລັບການແຂ່ງຂັນເຕະບານຊາຍ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ຮອບຮອງຊະນະເລີດ ຄູ່ທຳອິດ ທີມຊາດອິນໂດເນເຊຍ ແຊ້ມກຸ່ມ ເອ ຈະພົບກັບ ທີມຊາດຫວຽດນາມ ຮອງແຊ້ມກຸ່ມ ບີ ແລະ ຄູ່ທີສອງ ທີມຊາດໄທ ແຊ້ມກຸ່ມ ບີ ພົບກັບ ທີມຊາດມຽນມາ ຮອງແຊ້ມກຸ່ມ ເອ ຊຶ່ງການແຂ່ງຂັນໃນຮອບນີ້ຈະແຂ່ງໃນວັນທີ 13 ພຶດສະພາ 2023.