ສານສູງສຸດປາກິດສະຖານຊີ້ ການຈັບກຸມອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ບໍ່ຖືກຕ້ອງຕາມກົດໝາຍ ມີຄໍາສັ່ງໃຫ້ປ່ອຍຕົວທັນທີ

ສານສູງສຸດປາກິດສະຖານລະບຸວ່າ: ການຈັບກຸມອະດີດນາຍົກລັດຖະມົນຕີ ອິມຣານ ຂ່ານ ໃນວັນທີ 9 ພຶດສະພາຜ່ານມາ ບໍ່ຖືກຕ້ອງຕາມກົດໝາຍ, ພ້ອມທັງມີຄໍາສັ່ງໃຫ້ປ່ອຍຕົວທ່ານ ຂ່ານ ທັນທີ ເຊິ່ງການຈັບກຸມອະດີດຜູ້ນໍາປາກິດສະຖານ ອາຍຸ 70 ປີຄັ້ງນີ້ ກໍ່ໃຫ້ເກີດເຫດວຸ້ນວາຍ ແລະ ຊຸມນຸມປະທ້ວງໃຫຍ່ຢູ່ປາກິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 10 ຄົນ ແລະ ຖືກຈັບອີກປະມານ 2.000 ຄົນ.
ທ່ານ ອູມາ ອະຕາ ບັນດຽວ ຫົວໜ້າຜູ້ພິພາກສາສານສູງສຸດປາກິດສະຖານ ກ່າວຕໍ່ທ່ານ ຂ່ານ ວ່າ: “ການຈັບກຸມທ່ານບໍ່ຖືກຕ້ອງຕາມກົດໝາຍ, ຂະບວນການທັງໝົດຈໍາເປັນຕ້ອງຢ້ອນກັບໄປ” ເຊິ່ງປັດຈຸບັນ ທ່ານ ຂ່ານ ຢູ່ພາຍໃຕ້ການຄຸ້ມຄອງຂອງສານສູງສຸດປາກິດສະຖານ.
ຂະນະທີ່ທ່ານ ຂ່ານ ແລະ ພັກ Tehreeke-e-Insaf ຫລື ພັກ PTI ຂອງທ່ານ ຂ່ານ ເຊື່ອວ່າ: ການຕັ້ງຂໍ້ຫາຕ່າງໆ ແລະ ການພະຍາຍາມນໍາເອົາທ່ານ ຂ່ານ ເຂົ້າສູ່ຂະບວນການຍຸຕິທໍານັ້ນ ເປັນຝີມືຂອງກອງທັບ ແລະ ພັກລັດຖະບານປາກິດສະຖານຊຸດປັດຈຸບັນທີ່ພະຍາຍາມກໍາຈັດທ່ານ ຂ່ານ ໂດຍມີແຮງຈູງໃຈທາງການເມືອງຢູ່ເບື້ອງຫລັງ.
ອີກທັງການຈັບກຸມທ່ານ ຂ່ານ ຍັງສະທ້ອນໃຫ້ເຫັນວ່າ: ປະຊາຊົນຊາວປາກິດສະຖານຈໍານວນບໍ່ໜ້ອຍຍັງສັດທາ ແລະ ເຊື່ອໝັ້ນທ່ານ ຂ່ານ. ຕະຫລອດໄລຍະ 48 ຊົ່ວໂມງທີ່ທ່ານ ຂ່ານ ຖືກຈັບກຸມ, ເຫດໂຈມຕີ ແລະ ໃຊ້ຄວາມຮຸນແຮງໄດ້ແພ່ຂະຫຍາຍໄປໃນຫລາຍພື້ນທີ່ທົ່ວປະເທດ ເນື່ອງຈາກພວກເຂົາເບິ່ງວ່າ: ທ່ານ ຂ່ານ ຄືຕົວແທນສຽງຂອງປະຊາຊົນ, ເປັນ “ເສັ້ນສີແດງ” ສໍາລັບຄົນປາກິດສະຖານ ເມື່ອໃດກໍຕາມທີ່ມີການຈັບກຸມທ່ານ ຂ່ານ ຫລື ລອບສັງຫານທ່ານເກີດຂຶ້ນ ທຸກຢ່າງຈະເຂົ້າສູ່ຄວາມວຸ້ນວາຍ ແລະ ສະຖານະການຈະລຸກລາມ.
ຫລັງຈາກສານສູງສຸດມີຄໍາສັ່ງໃຫ້ປ່ອຍຕົວທ່ານ ທ່ານ, ຄໍາຕັດສິນນີ້ໄດ້ສ້າງຄວາມຍິນດີ ແລະ ດີໃຈໃຫ້ຊາວປາກິດສະຖານທີ່ສະໜັບສະໜູນທ່ານ ຂ່ານ, ບາງຄົນກ່າວວ່າ: ທ່ານ ຂ່ານ ໄດ້ຮັບອິດສະຫລະພາບ ຖືເປັນການຟື້ນຄືນຄວາມຫວັງໃຫ້ຄົນໃນປະເທດແຫ່ງນີ້.
ອ້າງອີງ:
https://www.bbc.com/news/world-asia-65561807

