ອູໂກ ໂຢຣິສ ກຽມລາ ສະເປີ ຫລັງທີມດັງຊາອຸ ສະເໜີຄ່າເມື່ອຍໃຫ້ 3 ເທົ່າ

The Times ສື່ຊື່ດັງລາຍງານວ່າ : ອູໂກ ໂຢຣິສ ຜູ້ຮັກສາປະຕູຂອງ ທັອດແນມ ຮັອດສະເປີສ ສະໂມສອນດັງໃນພຣີເມຍ ລີກ ອັງກິດ ມີທ່າທີວ່າອາດແຍກທາງກັບສະໂມສອນຈາກນະຄອນຫລວງລອນດອນ ຫລັງໄດ້ຮັບຂໍ້ສະເໜີມະຫາສານຈາກທີມເສດຖີຊາອຸດິ ອາຣະເບຍ.
ລາຍງານລະບຸວ່າ ໂຢຣິສ ອາຍຸ 36 ປີ ມີສັນຍາກັບສະເປີ ເຫລືອອີກ 1 ປີ ແລະ ເປັນໄປໄດ້ວ່າລາວກຽມພ້ອມບອກລາຕົ້ນສັງກັດແລ້ວ ຫລັງໄດ້ຮັບຂໍ້ສະເໜີມະຫາສານຈາກທີມດັງຊາອຸດິ ອາຣະເບຍ ທີ່ມີການເປີດເຜີຍວ່າລາວຈະໄດ້ຄ່າເມື່ອຍຫລາຍເປັນ 3 ເທົ່າ ຈາກທີ່ໄດ້ຮັບຢູ່ໃນສັນຍາປັດຈຸບັນ.
ໂດຍມີການເປີດເຜີຍວ່າມືກາວທີມຊາດຝຣັ່ງ ໄດ້ຮັບຂໍ້ສະເໜີມະຫາສານ ແຕ່ລາວຍັງບໍ່ໄດ້ຕັດສິນໃຈເພາະເລືອກທີ່ຈະຖ້າເວົ້າກັບ ດານຽລ ເລວີ ປະທານສະໂມສອນກ່ຽວກັບຄວາມທະເຍີທະຍານໃນອະນາຄົດຂອງສະໂມສອນກ່ອນ.
ສຳລັບ ໂຢຣິສ ຍ້າຍຈາກ ລີຢົງ ມາຢູ່ກັບ ສະເປີ ຕັ້ງແຕ່ປີ 2012 ກ່ອນຈະກາຍເປັນກຳລັງສຳຄັນຂອງທີມຕະຫລອດມາ.

