ແຂວງຊຸງຊອງນໍາໂດ ສ. ເກົາຫລີ ມອບລົດຮັບສົ່ງຄົນເຈັບ 15 ຄັນ ໃຫ້ 9 ພາກສ່ວນໃນລາວ ເພື່ອຮັບໃຊ້ສັງຄົມໃຫ້ເກີດປະໂຫຍດສູງສຸດ

ພິທີມອບ-ຮັບ ລົດຂົນຮັບສົ່ງຄົນເຈັບຈາກແຂວງຊຸງຊອງນໍາໂດ ສ. ເກົາຫລີ ຈໍານວນ 15 ຄັນ, ໃນວັນທີ 9 ພຶດສະພາ 2023 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມອບໂດຍ ທ່ານ ລີ ຊາງກອນ ຫົວໜ້າສະຖານີປ້ອງກັນ ແລະ ຄວບຄຸມອັກຄີໄພ ແຂວງ ຊຸງຊອງນຳໂດ ປະເທດ ສ.ເກົາຫລີ ແລະ ທ່ານ ຕາງໜ້າຮັບໂດຍທ່ານ ລີປາວ ຢ່າງ ຮອງ ລັດຖະມົນຕີກະຊວງ ຮສສ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງ ຮສສ.

ພິທີມອບ-ຮັບ ລົດຮັບສົ່ງຄົນເຈັບ ຫລື ລົດອຳບູລັງ ຈຳນວນດັ່ງກ່າວ ລວມມູນຄ່າທັງໝົດ 393.616 ໂດລາສະຫະລັດ ທີ່ຂົນສົ່ງມາຈາກແຂວງຊຸງຊອງນຳໂດ ແຫ່ງ ສ. ເກົາຫລີ ເພື່ອມອບໃຫ້ກະຊວງແຮງງານ ແລະ ສະຫວັດດການສັງຄົມ ມອບຕໍ່ໃຫ້ບັນດາກະຊວງ, ແຂວງ, ອົງການ ແລະ ມູນນິທິລວມທັງໝົດ 9 ພາກສ່ວນ ຄື: ກະຊວງປ້ອງກັນປະເທດ 2 ຄັນ, ກະຊວງປ້ອງກັນຄວາມສະຫງົບ 2 ຄັນ, ກະຊວງສາທາລະນະສຸກ 2 ຄັນ, ກະຊວງອຸດສາຫະກໍາ-ການຄ້າ 3 ຄັນ, ກະຊວງສຶກສາທິການ ແລະ ກິລາ 2 ຄັນ, ອົງການກາແດງແຫ່ງຊາດລາວ 1 ຄັນ, ພະແນກ ຮສສ ແຂວງຊຽງຂວາງ 1 ຄັນ, ມູນລະນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ (1623) 1 ຄັນ ແລະ ມູນລະນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ (1624) 1 ຄັນ ຄຸ້ມຄອງ ແລະ ນຳໃຊ້ໃຫ້ເກີດເປັນປະໂຫຍດສູງສຸດຕໍ່ປະຊາຊົນບັນດາເຜົ່າຕໍ່ໄປ.

ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງ ຮສສ ໄດ້ກ່າວສະແດງຄວາມຂອບໃຈນໍາບັນດາທ່ານທີ່ໄດ້ນໍາລົດຮັບ-ສົ່ງຄົນເຈັບມາມອບໃຫ້ ແລະ ລົດດັ່ງກ່າວຈະຖືກນໍາໃຊ້ເຂົ້າໃນວຽກງານສຸກເສີນຕ່າງໆເປັນຕົ້ນແມ່ນການເກີດໄພພິບັດທາງທຳມະຊາດ, ອັກຄີໄພ, ພະຍາດລະບາດວົງກວ້າງ, ການເກີດອຸບັດຕິເຫດທາງທ້ອງຖະໜົນ, ຄົນເຈັບປ່ວຍ ແລະ ບັນຫາອື່ນໆທີ່ຈຳເປັນໃນສັງຄົມ. ເຊິ່ງຈະນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດໃຫ້ແກ້ສັງຄົມໃນ ສປປ ລາວ.