ກຽມຮັບຮອງເອົາອາຄານ ແລະ ເຮືອນເກົ່າສະໄໝຝຣັ່ງ ໃນ 4 ບ້ານເມືອງທ່າແຂກ ເປັນເຮືອນອະນຸລັກທາງດ້ານປະຫວັດສາດ

ກອງປະຊຸມຮັບຟັງການເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາອາຄານແລະ ເຮືອນເກົ່າສະໄໝຝຣັ່ງ ເປັນເຮືອນອະນຸລັກທາງດ້ານປະຫວັດສາດ ໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2023 ທີ່ສະໂມສອນເມືອງທ່າແຂກ ແຂວງຄຳມ່ວນ, ໂດຍການເຂົ້າຮ່ວມຂອງທ່ານ ແສງມະນີ ສີລາເພັດ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ສີຫງວນ ອິນທະລາດ ຮອງເຈົ້າເມືອງທ່າແຂກ.
ອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ສະບັບເລກທີ 225/ຈຂ, ລົງວັນທີ 28 ກຸມພາ 2023 ວ່າດ້ວຍການຮັບຮອງເອົາອາຄານ ແລະ ເຮືອນເກົ່າສະໄໝຝຣັ່ງ ເປັນເຮືອນອະນຸລັກທາງດ້ານປະຫວັດສາດ ເຊິ່ງນອນຢູ່ໃນ 4 ບ້ານຄື: ບ້ານທ່າແຂກເໜືອ, ທ່າແຂກກາງ, ເລົ່າໂພໄຊ ແລະ ບ້ານສົມສະນຸກ ເມືອງທ່າແຂກ ລວມທັງໝົດ 71 ຫລັງ. ໃນນັ້ນ ອາຄານ ຫລື ເຮືອນເກົ່າທີ່ເປັນຂອງລັດ ມີ 28 ຫລັງ ແລະ ເປັນກຳມະສິດຂອງບຸກຄົນ 43 ຫລັງ. ເຊິ່ງຂໍ້ຕົກລົງດັ່ງກ່າວແມ່ນໄດ້ກຳນົດເຖິງລະບຽບການ ແລະ ມາດຕະການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ, ການຄຸ້ມຄອງອະນຸລັກ, ສ້ອມແປງ ເພື່ອຂຶ້ນທະບຽນເປັນມໍລະດົກທາງດ້ານປະຫວັດສາດ ແລະ ເພື່ອຮັກສາໄວ້ຊຶ່ງມີຄຸນຄ່າທາງດ້ານວັດທະນະທຳ, ສະຖາປັດຕະຍະກໍາ ແລະ ສີລະປະກໍາຂອງປະຊາຊົນລາວ ເມືອງທ່າແຂກ ທີ່ໄດ້ປະດິດສ້າງຂຶ້ນໃນສະໄໝຝຣັ່ງປົກຄອງ ແລະ ເພື່ອຮັກສາໄວ້ໃຫ້ຍືນຍົງ ເປັນບ່ອນສຶກສາຮຽນຮູ້ ທາງດ້ານປະຫວັດສາດໃຫ້ຄົນຮຸ່ນຕໍ່ໆໄປ.

