ຕິດຕາມກວດກາ ແລະ ເຝົ້າລະວັງກ່ຽວກັບການນຳເຂົ້າຢາ ແລະ ຜະລິດຕະພັນການແພດ ທີ່ບໍ່ໄດ້ຮັບອະນຸຍາດ ແລະ ການຈໍລະຈອນຈຳໜ່າຍຜະລິດຕະພັນປ້ອງກັນໂຄວິດ-19 ທີ່ຕົກມາດຕະຖານ

ວັນທີ 19 ເມສາ 2023 ຜ່ານມານີ້ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກອອກແຈ້ງການ ເລື່ອງການຕິດຕາມກວດກາ ແລະ ເຝົ້າລະວັງກ່ຽວກັບການນຳເຂົ້າຢາ ແລະ ຜະລິດຕະພັນການແພດ ທີ່ບໍ່ໄດ້ຮັບອະນຸຍາດ ແລະ ການຈໍລະຈອນຈຳໜ່າຍຜະລິດຕະພັນປ້ອງກັນໂຄວິດ-19 ທີ່ຕົກມາດຕະຖານ ວ່າ: ຜ່ານການຕິດຕາມກວດກາການນຳເຂົ້າຢາ ແລະ ຜະລິດຕະພັນການແພດ ທີ່ດ່ານນຳເຂົ້າ ແລະ ຜົນການລົງຕິດຕາມກວດກາ ຜະລິດຕະພັນປ້ອງກັນໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແລະ 4 ແຂວງໃນລະຫວ່າງວັນທີ 17 ຕຸລາ ຫາ ວັນທີ 2 ທັນວາ 2022 ເຫັນວ່າ ມີການນຳເຂົ້າຢາແກ້ໄອຊະນິດນຳ້ເຊື່ອມຈາກປະເທດໄທ ແລະ ຜະລິດຕະພັນເສີມສຸຂະພາບຈາກ ສສ ຫວຽດນາມ ທີ່ບໍ່ຖືກຕ້ອງຕາມລະບຽບການເປັນຈຳນວນຫຼວງຫຼາຍ ເຊິ່ງຜະລິດຕະພັນຢາດັ່ງກ່າວບໍ່ໄດ້ຮັບການຂື້ນທະບຽນໃນ ສປປ ລາວ ແລະ ນຳເຂົ້າໂດຍບໍ່ໄດ້ຮັບອະນຸຍາດ, ຜ່ານການປະສານກັບພາກສ່ວນກ່ຽວຂ້ອງ ພົບວ່າຢາແກ້ໄອນຳ້ເຊື່ອມ ຊື່ຜະລິດຕະພັນ DATISSIN ມີສະພາບການຈໍລະຈອນຈຳໜ່າຍຜະລິດຕະພັນຢາປອມ ແລະ ນຳໃຊ້ໃນທາງທີ່ບໍ່ຖືກຕ້ອງຕາມຂໍ້ບົ່ງໃຊ້ຂອງຜະລິດຕະພັນດັ່ງກ່າວ ໃນປະເທດເພື່ອນບ້ານ. ນອກຈາກນັ້ນ ສຳລັບການລົງຕິດຕາມ, ກວດກາຜະລິດຕະພັນປ້ອງກັນໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແລະ 4 ແຂວງ ຍັງພົບເຫັນການຈໍລະຈອນຈຳໜ່າຍຜະລິດຕະພັນຜ້າອັດປາກ-ດັງ ແລະ ເຈວລ້າງມືຂ້າເຊື້ອ ທີ່ຕົກມາດຕະຖານ (ລາຍລະອຽດດັ່ງເອກະສານຄັດຕິດ). ຕໍ່ກັບສະພາບການດັ່ງກ່າວ, ກົມອາຫານ ແລະ ຢາ ຈຶ່ງແຈ້ງມາຍັງພະແນກສາທາລະນະສຸກນະຄອນຫຼວງ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ຈົ່ງຊີ້ນຳຕໍ່ຂະແໜງອາຫານ ແລະ ຢານະຄອນຫຼວງ-ແຂວງ ແລະ ໜ່ວຍງານອາຫານ ແລະ ຢາ ເມືອງຢູ່ໃນຂອບເຂດຮັບຜິດຊອບຂອງຕົນຄືດັ່ງລຸ່ມນີ້:

  1. ສືບຕໍ່ເອົາໃຈໃສ່ຕິດຕາມກວດກາການນຳເຂົ້າ ແລະ ຈໍລະຈອນຈຳໜ່າຍຜະລິດຕະພັນປ້ອງກັນໂຄວິດ-19 ເພື່ອຮັບປະກັນຄວາມປອດໄພຂອງຜູ້ບໍລິໂພກ.
  2. ເອົາໃຈໃສ່ຕິດຕາມກວດກາການນຳເຂົ້າຢູ່ດ່ານ ແລະ ການຈໍລະຈອນຈຳໜ່າຍ ຖ້າພົບເຫັນການນຳເຂົ້າ ແລະ ຈໍລະຈອນຈຳໜ່າຍທີ່ບໍ່ຖືກຕ້ອງຕາມລະບຽບການແມ່ນໃຫ້ຍຶດ, ປັບໃໝຕາມມູນຄ່າຂອງຜະລິດຕະພັນ ແລະ ເກັບຮັກສາໄວ້ຂະແໜງອາຫານ ແລະ ຢາ ພ້ອມທັງບັນທຶກເກັບກຳຂໍ້ມູນໃນການສະໜອງ ແລະ ແຫຼ່ງທີ່ມາລະອຽດ ແລ້ວລາຍງານມາຍັງກອງກວດກາອາຫານ ແລະ ຢາ ເພື່ອສັງລວມ, ວາງມາດຕະການ ແລະ ລາຍງານຂັ້ນເທິງເພື່ອຂໍທິດຊີ້ນຳ ແລະ ດຳເນີນການທຳລາຍຕາມລະບຽບການ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ກົດລິ້ງ ລາຍການຢາແລະຜະລິດຕະພັນການແພດທີ່ບໍ່ໄດ້ຮັບອະນຸຍາດ ແລະ ຜະລິດຕະພັນປ້ອງກັນໂຄວິດທີ່ຕົກມາດຕະຖານ