ສາທາລະນະສຸກ ກຽມພ້ອມ ຕ້ານແລະສະກັດກັ້ນການລະບາດຂອງພະຍາດໂຄວິ-19 ສາຍພັນຍ່ອຍ XBB1.5 XBB1.6

ປະຈຸບັນເຖິງແມ່ນການແພ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກ ລວມທັງລາວເຮົາຈະເບົາບາງລົງ ຍ້ອນຄວາມເອົາໃຈໃສ່ຂອງທຸກພາກສ່ວນໃນສັງຄົມໃນການຕ້ານແລະສະກັດກັ້ນຢ່າງເຂັ້ມງວດ ລວມທັງການສັກວັກຊີນກັນພະຍາດກໍປະຕິບັດໄດ້ຕາມຄາດໝາຍ ແຕ່ກໍຍັງບໍ່ສາມາດເວົ້າໄດ້ວ່າ ພະຍາດນີ້ໄດ້ໝົດໄປແລ້ວ ເນື່ອງຈາກວ່າປະຈຸບັນຍັງມີລາຍງານເຖິງຕົວເລກຜູ້ຕິດເຊື້ອພະຍາດ ໂຄວິດ-19ໃຫ້ເຫັນຢູ່, ເມື່ອຕົ້ນປີນີ້ ກໍມີລາຍງານວ່າພົບເຊື້ອພະຍາດໂຄວິດ-19 ສາຍພັນ XBB.1.16 ເປັນເທື່ອທຳອິດທີ່ປະເທດອິນເດຍ ເຊື້ອນີ້ແພ່ລະບາດໄວກວ່າXBB XBB1.5 ແຕ່ບໍ່ມີລາຍງານຄວາມຮຸນແຮງ, ມີອັດຕາເພີ່ມຂຶ້ນເມື່ຶອທຽບ XBB XBB1.5 ຄຸນສົມບັດສາມາດຫລົບຫລີກພູມຕ້ານທານໄດ້ດີ, ຜູ້ຕິດເຊື້ອ XBB.1.16 ຈະມີອາການໄຂ້ ຕາແດງ, ຄັນຕາ, ມີຂີ້ຕາ ແຕ່ຍັງບໍ່ມີການຢືນຢັນອາການສະເພາະຂອງພະຍາດໂຄວິດ ສາຍພັນນີ້,ສາມາດກວດຫາເຊື້ອດ້ວວິທີRT-PCR ແລະ  ATK ຕໍ່ມາໃນຕົ້ນເດືອນພຶດສະພາ2023ນີ້ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ ການ,ກະຊວງສາທາລະນະສຸກໄດ້ອອກໜັງສືແຈ້ງການເຖິງເຖິງຜູ້ອຳນວຍການໂຮງໝໍສູນກາງ ສູນປິ່ນປົວ ໂຮງໝໍແຂວງ ແລະ ໂຮງໝໍຊຸມຊົນໃນທົ່ວປະເທດ ເລື່ອງເ ການເພີ່ມທະວີມາດຕະການສະກັດກັ້ນ,ຄວບຄູມ, ໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ແລະ ການກະກຽມຄວາມພ້ອມຮອບດ້ານໃນວຽກງານຄຸ້ມຄອງກໍລະນີພະຍາດ ໂຄວິດ-19 ເນື້ອໃນຂອງໜັງສືແຈ້ງການຊີ້ໃຫ້ເຫັນວ່າ ເນື່ອງຈາກມີການລະບາດຈາກສາຍພັນໃໝ່ຂອງພະຍາດໂຄວິດ-19 ໂອເມຄອນ(Omicon ສາຍພັນຍ່ອຍ XBB1.5 XBB1.6) ເຊິ່ງມີລັກສະນະແພ່ເຊື້ອໄວ,ຫລົບຫລີກພູມຄຸ້ມກັນໄດ້ດີ ແລະ ມີລາຍງານແລ້ວຈາກ90ກວ່າປະເທດໃນທົ່ວໂລກ ຈຶ່ງຮຽກຮ້ອງໃຫ້ປະຄິບັດການເພີ່ມທະວີມາດຕະການສະກັດກັ້ນ,ຄວບຄຸມ, ໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ແລະກຽມຄວາມພ້ອມຮອບດ້ານໃນວຽກງານຄຸ້ມຄອງກໍລະນີພະຍາດໂຄວິດ-19,

ຈາກໜັງສືແຈ້ງການຂອງກົມປິ່ນປົວ ແລະ ຟື້ນຟູໜ້າທີ່ກາານ ກະຊວງສາທາລະນະສຸກຄັ້ງນີ້ຊີ້ໃຫ້ເຫັນວ່າພະຍາດໂຄວິດ-19 ຍັງບໍ່ທັນໝົດໄປຈາກໂລກເຮົາເທື່ອ ດັ່ງນັ້ນພວກເຮົາທຸກຄົນຕ້ອງຍົກສູງສະຕິລະວັງຕົວຢູ່ສະເໝີໃນການຕ້ານແລະສະກັດກັ້ນການລະບາດຂອງເຊື້້ອພະຍາດນີ້ໃຫ້ເຂັ້ມງວດ ຢ່າຖືເບົາມັກງ່າຍ ເອົາໃຈໃສ່ຕິດຕາມອາການບໍ່ສະບາຍຂອງຕົນເອງຢູ່ສະເໝີ ຖ້າມີອາການທີ່ຕ້ອງສົງໃສຄວນເຂົາພົບແພດທັນທີ. ເນື່ອງຈາກມີການຢືນຢັນຈາກອົງການອານາໄມໂລກວ່າເຊື້ອພະຍາດ ໂຄວີດ-19 ສາຍພັນຍ່ອຍ XBB1.5  XBB1.6 ໃໝ່ນີ້ ສາມາດແຜ່ເຊື້ອໄດ້ໄວ  ກ່ວາເຊື້ອພະຍາດທີ່ພວກເຮົາປະສົບພົບພໍ້ຜ່ານມາ ຍິ່ງໄລຍະທີ່ ສປປ ລາວເປິດປະເທດເຕັມຮູບແບບດຶງດູດນັກທ່ອງທ່ຽວຈາກຕ່າງປະເທດເຂົ້າມາທ່ຽວລາວໃຫ້ຫຼາຍຂື້ນເພື່ອກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ, ແນ່ນອນວ່າການເປີດປະເທດຄືແນວນີ້ຈະເຮັດໃຫ້ນັກທ່ອງທ່ຽວຈາກຫຼາຍປະເທດຫລັ່ງໄຫລເຂົ້າມາສຳພັດກັບຄວາມງາມຂອງທຳມະຊາດ, ຮ່ອງຮອຍປະຫວັດສາດ ແລະວັດທະນະທຳອັນດີງາມຂອງລາວເຮົາຢ່າງມາກໜ້າຫລາຍຕາ ຈຶ່ງໄດ້ມີການກຽມພ້ອມຮອບດ້ານເລື່ອງສາທາລະນາສຸກໄວ້ຕະຫລອດເວລາ.