ປກສ ເມືອງໄຊບູລີ ແຂວງສະຫວັນນະເຂດ ມອບພາຫະນະທີ່ຖືກລັກໄປ ມາຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 5 ພຶດສະພາ 2023 ທີ່ພະແນກຕໍາຫລວດ ກອງບັນຊາການ ປກສ ເມືອງໄຊບູລີ ແຂວງສະຫວັນນະເຂດ, ເຈົ້າໜ້າທີ່ຕໍາຫລວດ ປກສ ເມືອງໄຊບູລີ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງມອບຄືນພາຫະນະ ລົດຈັກ ຊູໂມ້ເອັກສີຟ້າ+ດໍາ 1 ຄັນ ປ້າຍທະບຽນ ຍດ 7878 ສະຫວັນນະເຂດ ທີ່ຖືກຄົນຮ້າຍລັກໄປ ມອບຄືນໃຫ້ເຈົ້າຂອງເດີມ. ເຊິ່ງລົດຄັນດັ່ງກ່າວແມ່ນໄດ້ຖືກຄົນຮ້າຍລັກໄປໃນວັນທີ 27 ເມສາ 2023. ມາຮອດວັນທີ 2 ພຶດສະພາ 2023 ເຈົ້າໜ້າທີ່ຕໍາຫລວດຈຶ່ງສາມາດຈັບກຸມຕົວຜູ້ກໍ່ເຫດມາດໍາເນີນຄະດີ ພ້ອມຂອງກາງລົດຈັກຄັນດັ່ງກ່າວ.
ການມອບຄືນພະຫະນະ ແມ່ນມອບໂດຍ ທ່ານ ພັທ ທະນູສັກ ວໍລະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊບູລີ ແລະ ຮັບໂດຍ ນາງທອງລອນ ພິມມະສອນ ບ້ານ ໄຊອຸດົມ ເມືອງ ອຸທຸມພອນ ແຂວງສະຫວັນນະເຂດ.
ໂອກາດນີ້, ຮອ ສຸກສະໝອນ ລິນສີທອງ ວ່າການຫົວໜ້າພະແນກຕໍາຫລວດ ກອງບັນຊາການ ປກສ ເມືອງ ໄຊບູລີ ລາຍງານໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ປີ 2023 ເປັນຕົ້ນມາ ເຈົ້າໜ້າທີ່ພະແນກຕໍາຫລວດ ປກສ ເມືອງໄຊບູລີ ໄດ້ມ້າງກຸ່ມແກ້ງ ລັກຊັບພົນລະເມືອງ ປະເພດ ລົດຈັກໄດ້ 1 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 7 ຄົນ. ຢຶດຂອງກາງ ປະເພດລົດຈັກໄດ້ 7 ຄັນ ແລະ ມອບຄືນໃຫ້ເຈົ້າຂອງເດີມ ແລ້ວຈໍານວນ 5 ຄັນ ປັດຈຸບັນນີ້ຍັງມີລົດຈັກເວບ ອີກ 2 ຄັນ ທີ່ທາງເຈົ້າໜ້າທີ່ຕໍາຫລວດ ປກສ ເມືອງໄຊບູລີ ຢຶດຄືນມາໄດ້ຈາກຜູ້ກໍ່ເຫດ ແລະ ພວມຢູ່ໃນຂັ້ນຕອນກະກຽມມອບຄືນໃຫ້ເຈົ້າຂອງເດີມ.
ຕໍ່ກັບສະພາບການດັ່ງກ່າວຈຶ່ງຮຽກຮ້ອງມາຍັງປະຊາຊົນທຸກພາກສ່ວນ ເພີ່ມທະວີສະຕິລະວັງຕົວໃນການປົກປັກຮັກສາຊັບສິນຂອງຕົນໃຫ້ສູງຂຶ້ນ ເພື່ອບໍ່ໃຫ້ເກີດເຫດການດັ່ງກ່າວຕໍ່ສັງຄົມ.

