ເປີດຮ້ານຂາຍເຄື່ອງຍ່ອຍ ຂາຍຂອງກິນສຸກ ເພື່ອບັງໜ້າ ແອບແຝງຂາຍ ແລະ ຈຳໜ່າຍ ຢາສູບໄຟຟ້າ ສຸດທ້າຍຖືກເຈົ້າໜ້າທີ່ຈັບໄດ້

ປກສ ແຂວງອຸດົມໄຊ ລາຍງານໃນວັນທີ 4 ພຶດສະພາ 2023 ຜ່ານມາວ່າ: ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ໄດ້ດຳເນີນການສືບຄົ້ນຫາເປົ້າໝາຍທີ່ມີການເຄື່ອນໄຫວຄ້າ – ຂາຍ ແລະ ຈຳໜ່າຍຢາເສບຕິດ ປະເພດຢາສູບໄຟຟ້າ ຢູ່ໃນເທສະບານເມືອງໄຊ, ຜ່ານການສືບຄົ້ນຫາຂອງເຈົ້າໜ້າທີ່ສາມາດຮູ້ໄດ້ວ່າເປົ້າໝາຍທີ່ມີການເຄື່ອນໄຫວຄ້າ – ຂາຍ ແລະ ຈຳໜ່າຍຢາເສບຕິດ ປະເພດຢາສູບໄຟຟ້າ, ຢູ່ 3 ຈຸດຄື: ບ້ານນາຫວານນ້ອຍ, ບ້ານຖິ່ນ ແລະ ບ້ານນາສ້າວ ເມືອງໄຊ ແຂວງອຸດົມໄຊ, ເຊິ່ງຕັ້ງເປັນຮ້ານຂາຍເຄື່ອງຍ່ອຍ, ຂາຍຂອງກິນສຸກ ແລະ ຂາຍເຄື່ອງດື່ມ ບັງໜ້າທັງແອບແຝງຂາຍ ແລະ ຈຳໜ່າຍສິ່ງເກືອດຫ້າມ, ໂດຍສະເພາະບັນຫາຢາເສບຕິດທຸກປະເພດທີ່ເປັນໄພອັນຕະລາຍເປັນສິ່ງເບື່ອເມົາຊາວໜຸ່ມ – ໄວໜຸ່ມ ທີ່ເປັນອະນາຄົດຂອງຊາດ ແລະ ຍັງເປັນໜໍ່ແໜງປາກົດການຫຍໍ້ທໍ້ທີ່ເປັນກະແສຫາງສຽງສັງຄົມປັດຈຸບັນ.

ຕໍ່ສະພາບການດັ່ງກ່າວ ກອງບັນຊາການ ປກສ ແຂວງອຸດົມໄຊ ຈຶ່ງໄດ້ແຕ່ງຕັ້ງກຳລັງວິຊາສະເພາະລົງສະກັດກັ້ນແກ້ໄຂບັນຫາດັ່ງກ່າວດ້ວຍມາດຕະການທີ່ເຂັ້ມງວດ ໂດຍສົມທົບກັບຫຼາຍພາກສ່ວນ ເຂົ້າຮ່ວມແກ້ໄຂຢ່າງເດັດຂາດ, ພໍຮອດເວລາ 22 ໂມງ 48 ນາທີ ຂອງວັນທີ 25 ເມສາ 2023 ທາງເຈົ້າໜ້າທີ່ຈຶ່ງໄດ້ເຂົ້າມ້າງຈຸດເປົ້າໝາຍດັ່ງກ່າວ ໃນກໍລະນີເຊິ່ງໜ້າ ແລະ ຮີບດ່ວນ ດ້ວຍຮູບການເຂົ້າຈັບກຸມ ແລະ ກວດຄົ້ນຮ້ານຂາຍເຄື່ອງ, ຫ້ອງພັກຂອງເປົ້າໝາຍທັງ 3 ຈຸດ, ຜ່ານການຈັດຕັ້ງປະຕິບັດສາມາດກັກເປົ້າໝາຍໄດ້ 1 ຄົນຄື: ນາງ ສຸດໃຈ ຫຼື ກະແລມ, ອາຍຸ 30 ປີ, ອາຊີບປະຊາຊົນ, ຢູ່ບ້ານຖິ່ນ, ເມືອງໄຊ ແຂວງອຸດົມໄຊ, ພ້ອມຂອງກາງຢາເສບຕິດ ປະເພດຢາສູບໄຟຟ້າຈຳນວນ 110 ອັນ, ອຸປະກອນທີ່ກ່ຽວຂ້ອງຈໍານວນຫລາຍລາຍການ, ເງີນກີບ 1 ລ້ານກ່ວາກີບ ແລະ ໂທລະສັບ 1 ເຄື່ອງ.

ປັດຈຸບັນຄະດີດັ່ງກ່າວທາງເຈົ້າໜ້າທີ່ພວມເລັ່ງສືບສວນ – ສອບສວນເພື່ອຂະຫຍາຍຜົນຫາກຸມແກ້ງ, ພັກພວກທີ່ຮ່ວມຂະບວນການ ເພື່ອນຳຕົວມາດຳເນີນຄະດີຕາມລະບຽບກົດໝາຍ.