ອາຫານ ແລະ ຢາ ແຂວງຫົວພັນ ກວດພົບອາຫານ ແລະ ເຄື່ອງສຳອາງໝົດອາຍຸ 96 ລາຍການ ນ້ຳໜັກ1,200 ກິໂລກຣາມ

ທ້າຍເດືອນ ເມສາ 2023 ຜ່ານມາ, ທີມງານອາຫານ ແລະ ຢາ ພະແນກສາທາລະນະສຸກແຂວງຫົວພັນ,ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກກະສິກຳ ແລະ ປ່າໄມ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ລົງກວດກາອາຫານທີ່ໝົົດອາຍຸ ແລະ ເສື່ອມຄຸນນະພາບຢູ່ຕາມຫ້າງຮ້ານຂາຍຍົກ-ຂາຍຍ່ອຍ ຕະຫລາດ ເທສະບານເມືອງຊຳເໜືອ ຈຳນວນ 57 ຮ້ານ.

ຜ່ານການຕິດຕາມຕົວຈິງຂອງທີມງານໄດ້ກວດພົບເຫັນອາຫານ ແລະ ເຄື່ອງສຳອາງໝົດອາຍຸ ຈຳນວນ 20 ຮ້ານ 96 ລາຍການ

ປະເພດອາຫານສ່ວນຫລາຍແມ່ນເຂົ້າໜົມຈີນ, ເຂົ້າໜົມຫວຽດນາມ, ໄທ, ນ້ຳມິລິນດາ, ແຟນຕາ, ຮອດດອກ ມີນ້ຳໜັກທັງໝົດ 1,200 ກິໂລກຣາມ ລວມມູນຄ່າ 17,300,000 ກວ່າກີບ.

ສຳລັບເຄື່ອງທີ່ກວດພົບເຫັນໃນຄັ້ງນີ້ທາງທີມງານໄດ້ນຳເອົາໄປທຳລາຍຖີ້ມ ສ່ວນເຈົ້າຂອງຮ້ານແມ່ນທາງເຈົ້າໜ້າທີ່ໄດ້ເຮັດບົດບັນທຶກ ແລະ ສຶກສາອົບຮົມເປັນທີ່ຮຽບຮ້ອຍແລ້ວ.