ແລມພາດ ສ້າງສະຖິຕິເປັນຜູ້ຈັດການທີມອັງກິດທີ່ມີຜົນງານຕົກຕຳ່ທີ່ສຸດຮອບ 35 ປີ

ແຟຣັງ ແລມພາດ ຜູ້ຈັດການທີມຊົ່ວຄາວຂອງ ເຊລຊີ ຈາລຶກຊື່ຕົນເອງໃນແງ່ບໍ່ໜ້າຈົດຈຳອີກຢ່າງ ດ້ວຍການເປັນຜູ້ຈັດການທີມຊາວອັງກິດຂອງທີມລະດັບລີກສູງສຸດຄົນທຳອິດໃນຮອບ 35 ປີ ທີ່ພາທີມຂອງຕົນເອງເສຍຕິດຕໍ່ກັນເຖິງ 10 ນັດ.
ເຊລຊີ ຂອງ ແລມພາດ ລົງຫລິ້ນເກມຕົກຄ້າງເມື່ອວັນອັງຄານ ແລະ ເສຍ ອາເຊນອລ ແບບບໍ່ມີທາງສູ້ 1-3 ຈົນເປັນການເສຍ 6 ເກມລວດໃນທຸກລາຍການ ນັບຕັ້ງແຕ່ອະດີດກອງກາງຄົນດັງເຂົ້າມານັ່ງຕຳແໜ່ງຜູ້ຈັດການທີມ ເຊລຊີ ຮອບ 2 ແທນທີ່ ບຣູໂນ ຊັລຕໍ ໄລຍະຕົ້ນເດືອນເມສາ.
ນອກຈາກເສຍລວດແລ້ວ ຍັງຕ້ອງຢ້ອນໄປນັບລວມໄລຍະສຸດທ້າຍທີ່ ແລມພາດ ຢູ່ໃນງານກັບທາງ ເອຟເວີຕັນ ເມື່ອຕົ້ນລະດູການນີ້ນຳອີກ ວ່າ ຕອນນັ້ນລາວກໍພາທີມເອຟເວີຕັນ ເສຍ 4 ນັດຕິດຕບ່ກັນ ກ່ອນຈະຖືກປົດອອກໃຫ້ ຊອນ ໄດ ເຂົ້າເຮັດວຽກຕອນທ້າຍເດືອນມັງເດືອນ.

