ປະຊາຊົນບ້ານດົງທະດາ ຮ່ວມແຮງຮ່ວມໃຈກັນປະກອບສ່ວນທຶນຮອນປັບປຸງສ້ອມແປງເສັ້ນທາງເຂົ້າບ້ານຂອງຕົນ

ວັນທີ 3 ພຶດສະພາ 2023, ທ່ານ ສົມດີ ດອກດາລາ ຫົວໜ້າຫ້ອງການຖະແຫລງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ ເມືອງອາດສະພອນ ແຂວງສະຫວັນນະເຂດ, ຜູ້ຊີ້ນຳໜ່ວຍພັກ ບ້ານດົງທະດາ. ໄດ້ລົງເຄື່ອນໄຫວຕິດຕາມກວດກາການສ້ອມແປງເສັ້ນທາງແດງ ແລະ ຂົວ ແຕ່ທາງແບ່ງ ຫາ ບ້ານດົງທະດາ, ໃນຄວາມຍາວ 3,000 ກວ່າແມັດ, ກວ້າງ 6 ແມັດ, ປູດ້ວຍດິນແດງປະມານ 300 ກວ່າລົດພ້ອມທັງບຸກເບີກຂອບທາງບາງຈຸດ, ໃນມູນຄ່າການກໍ່ສ້າງ 111 ກວ່າລ້ານກີບ. ໂດຍການນຳໃຊ້ທຶນຂອງປະຊາຊົນ ແລະ ທຶນສົມທົບຂອງລູກຫລານທັງພາຍໃນ ແລະ ຕ່າງປະເທດ, ພ້ອມດ້ວຍຫລາຍພາກສ່ວນທາງສັງຄົມໃຫ້ການປະກອບສ່ວນ, ເຊິ່ງບໍລິສັດຮັບເໝົາໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 1 ເມສາ 2023 ເປັນຕົ້ນມາ, ການກວດກາໃນຄັ້ງນີ້ ແມ່ນໄດ້ສຳຫລວດຕາມຈຸດສຳຄັນຕ່າງໆເປັນຕົ້ນແມ່ມຮ່ອງລະບາຍນ້ຳສອງຂ້າງທາງ, ຈຸດວາງທໍ່ລະບາຍນ້ຳລອດທາງ, ຄວາມໄດ້ມາດຕະຖານຂອງການຖົມໜ້າທາງຕາມທີ່ໄດ້ຕົກລົງກັນກັບບໍລິສັດຜູ້ຮັບເໝົາ.
ໂອກາດນີ້, ທ່ານໄດ້ແນະນຳໃຫ້ອຳນາດການປົກຄອງບ້ານຕະຫລອດຮອດປະຊາຊົນໃຫ້ເອົາໃຈໃສ່ຕິດຕາມການຈັດຕັ້ງປະຕິບັດວຽກງານຂອງບໍລິສັດຜູ້ຮັບເໝົາ ແລະ ໃຫ້ຮ່ວມກັນໃນການປົກປັກຮັກສາສະພາບເສັ້ນທາງ, ໃນແຕ່ລະປີອົງການປົກຄອງບ້ານຕ້ອງໄດ້ນຳພາປະຊາຊົນພາຍໃນບ້ານສ້າງຂະບວນການສ້ອມແປງຈຸດທີ່ມັນເປ່ເພ ເພື່ອເຮັດໃຫ້ທາງດັ່ງກ່າວມີຄວາມທົນທານ ແລະ ໃຫ້ໃຊ້ງານໄດ້ຫລາຍປີພ້ອມທັງເຮັດໃຫ້ການສັນຈອນໄປມາຂອງມວນຊົນທັງຫລາຍໃຫ້ມີຄວາມສະດວກສະບາຍ.
ຂໍ້ມູນ-ພາບ: ຫ້ອງການ ຖວທ ເມືອງອາດສະພອນ

